ລາຍຮັບລາຍຈ່າຍສາກົນຂອງຈີນໃນປີກາຍນີ້ໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ

2023-02-11 15:47:07 cri


ຕົວເລກສະຖິຕິຫຼ້າສຸດຂອງກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນສະແດງໃຫ້ເຫັນວ່າ, ປີ 2022, ລາຍຮັບລາຍຈ່າຍສາກົນຂອງຈີນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ. ໃນນັ້ນ, ບັນຊີເງິນສົດໄດ້ປຽບດຸນການຄ້າ 417,5 ຕື້ໂດລາສະຫະລັດ, ເປັນລະດັບສູງອັນດັບສອງໃນປະຫວັດສາດ, ຂະໜາດໄດ້ປຽບດຸນການຄ້າ ຕໍ່ ຍອດມູນຄ່າການຜະລິດພາຍໃນປະເທດໃນໄລຍະດຽວກັນ ແມ່ນ 2,3%, ເຊິ່ງຢູ່ໃນຂອບເຂດດຸນດ່ຽງທີ່ສົມເຫດສົມຜົນຢ່າງຕໍ່ເນື່ອງ.


ມູນຄ່າການສົ່ງອອກສິນຄ້າໃນລາຍຮັບລາຍຈ່າຍສາກົນຂອງຈີນມີປະມານ 6.040 ຕື້ໂດລາສະຫະລັດ, ໄດ້ປຽບດຸນການຄ້າ 685,6 ຕື້ໂດລາສະຫະລັດ, ມູນຄ່າການຄ້າຂາເຂົ້າຂາອອກ ແລະລະດັບໄດ້ປຽບດຸນການຄ້າ ລ້ວນແຕ່ເປັນລະດັບສູງສຸດໃນປະຫວັດສາດ. ນອກນີ້, ການລົງທຶນໂດຍກົງຈາກຕ່າງປະເທດສືບຕໍ່ຫຼາຍກວ່າການລົງທຶນຕໍ່ຕ່າງປະເທດ, ການໝູນວຽນຂອງທຶນລະຫວ່າງຊາດໄດ້ຮັກສາລະບຽບການສົມເຫດສົມຜົນໂດຍລວມ.