ທ່ານຫວາງຢີ້ພົບປະທີ່ປຶກສາຂອງປະທານາທິບໍດີນິກາຣາກວາ

2023-02-12 15:02:46 CRI

 

ຕາມຂ່າວCRI: ວັນທີ 11 ກຸມພານີ້, ທ່ານຫວາງຢີ້, ກຳມະການກົມການເມືອງຄະນະກຳມະການສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງໄດ້ພົບປະກັບທ່ານ ລາວເຣອາໂນ ອໍເຕກາ ມູຣີໂລ, ທີ່ປຶກສາຂອງປະທານາທິບໍດີນິກາຣາກວາ, ຜູ້ນຳໜ້າໃນການຮ່ວມມືລະຫວ່າງນິກາຣາກວາ-ຈີນ.

 

ທ່ານຫວາງຢີ້ກ່າວວ່າ: ໃນ 1 ປີປາຍຜ່ານມາພາຍຫຼັງຈີນແລະນິກາຣາກວາໄດ້ຟື້ນຟູສາຍພົວພັນທາງການທູດເປັນປົກກະຕິ, ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສອງປະເທດ, ການຮ່ວມມືໃນແຕ່ລະຂົງເຂດໄດ້ຮັບການຊຸກຍູ້ຢ່າງວ່ອງໄວ, ເຊິ່ງໄດ້ກ້າວເຂົ້າສູ່ແຖວນຳໜ້າດ້ານການພົວພັນລະຫວ່າງຈີນ-ອາເມຣິກາລາຕິນ. ຄວາມຈິງຢັ້ງຢືນໃຫ້ເຫັນວ່າ, ການຟື້ນຟູສາຍພົວພັນທາງການທູດລະຫວ່າງຈີນ-ນິກາຣາກວາສອດຄ່ອງກັບກະແສປະຫວັດສາດ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຊາດ, ຍ່ອມຈະບຸກເບີກອະນາຄົດຢ່າງກວ້າງຂວາງກວ່າເກົ່າໃຫ້ແກ່ການພັດທະນາຢ່າງຮອບດ້ານແຫ່ງການພົວພັນລະ ຫວ່າງສອງປະເທດ.

 

ທ່ານລາວເຣອາໂນ ອໍໍເຕກາ ມູຣີໂລກ່າວວ່າ: ນິກາຣາກວາເດັດດ່ຽວສະໜູນຈີນປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ, ຄັດຄ້ານການແຊກແຊງຈາກພາຍນອກ, ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ

ໜຶ່ງເສັ້ນທາງ” ຂໍ້ລິເລີ່ມການພັດທະນາທົ່ວໂລກແລະຂໍ້ລິເລີ່ມຄວາມໝັ້ນຄົງຂອງທົ່ວໂລກທີ່ສະເໜີໂດຍປະເທດຈີນ.