ໜ່ວຍວິສະວະກອນສັບພະຄຸນຂອງກອງທະຫານຮັກສາສັນຕິພາບຈີນໄດ້ສຳເລັດການຊ້ອມຮົບ"ເສືອ-2023"ຢ່າງດີເດັ່ນ

2023-02-12 17:10:48 cri

 

ວັນທີ 11 ກຸມພານີ້ຕາມເວລາທ້ອງຖິ່ນ, ກອງທັບຊົ່ວຄາວຂອງອົງການສະຫະປະຊາຊາດປະຈຳລີບັງໄດ້ຈັດການຊ້ອມຮົບທີ່ມີຊື່ວ່າ"ເສືອ-2023"ຢູ່ຄ້າຍຂອງໜ່ວຍ ວິສະວະກອນສັບພະຄຸນຂອງກອງທະຫານຮັກສາສັນຕິພາບຈີນປະຈຳລີບັງຊຸດທີ 21 ເຊິ່ງຕັ້ງຢູ່ບ້ານຮານີຢາທາງພາກໃຕ້ຂອງລີບັງ, ນາຍແລະພົນທະຫານຂອງກອງທະຫານຮັກສາສັນຕິພາບຈີນໄດ້ສຳເລັດການຊ້ອມຮົບຍົກຍ້າຍລີ້ໄພສຸກເສີນສຳລັບພະນັກງານກອງທັບຊົ່ວຄາວຂອງອົງການສະຫະປະຊາຊາດປະຈຳລີບັງພ້ອມດ້ວຍຄອບຄົວຢ່າງຈົບງາມ.

 

ການຊ້ອມຮົບຄັ້ງນີ້ແມ່ນຈັດຕັ້ງປະຕິບັດໂດຍກອງທະຫານຮັກສາສັນຕິພາບຈີນພາຍໃຕ້ການຊີ້ນຳຂອງກອງບັນຊາການກອງທັບຊົ່ວຄາວຂອງອົງການສະຫະປະຊາຊາດປະຈຳລີບັງ, ມີທະຫານຮັກສາສັນຕິພາບ 60 ກວ່າຄົນ ແລະພະນັກງານ 20 ກວ່າຄົນທີ່ມາຈາກ 10 ປະເທດ ເຊິ່ງລວມທັງອີຕາລີ, ອຽກລັງ, ໂປໂລຍ ແລະປະເທດອື່ນໆໄດ້ເຂົ້າຮ່ວມ.