ເລີ່ມຂົນສົ່ງວັດຖຸກູ້ໄພຕໍ່ຕ້ານໄພແຜ່ນດິນໄຫວງວດທຳອິດທີ່ລັດຖະບານຈີນຊ່ວຍເຫຼືອຕູຣາເຄຍ

2023-02-12 15:01:54 CRI

 

ຕາມຂ່າວCRI: ອົງການຮ່ວມມືດ້ານການພັດທະນາສາກົນແຫ່ງຊາດຈີນແຈ້ງຂ່າວວ່າ: ໃນເວລາ 6 ໂມງເຄິ່ງຂອງວັນທີ 11ກຸມພານີ້, ຜູ້າຫົ່ມ 4 ໝື່ນຜືນເຊິ່ງເປັນວັດຖຸກູ້ໄພຕໍ່ຕ້ານໄພແຜ່ນດິນໄຫວງວດທຳອິດທີ່ລັດຖະບານຈີນຊ່ວຍເຫຼືອຕູຣາເຄຍໄດ້ຂົນສົ່ງອອກຈາກສະໜາມບິນສາກົນຜູຕຸ່ງນະຄອນຊຽງໄຮ້ຂອງຈີນ, ແລະຈະໄປຮອດນະຄອນອິສຕັນບຸນຂອງຕູຣາເຄຍໃນວັນທີ 11 ແລະວັນທີ 12 ກຸມພານີ້ຕາມລຳດັບ. ນອກຈາກນັ້ນຕູບຝ້າຍ 1000 ຊຸດ, ເຄື່ອງອຸປະກອນການແພດຕ່າງໆແລະວັດຖຸອື່ນໆທີ່ຈີນຊ່ວຍເຫຼືອຕູຣາເຄຍກໍ່ຈະເລີ່ມຂົນສົ່ງໃນໄວໆນີ້.