ເກີດເຫດຍິງກັນທີ່ຄ້າຍທະຫານແຫ່ງໜຶ່ງຢູ່ຟີລິບປິນ ເຮັດໃຫ້ 5 ຄົນເສຍຊີວິດ

2023-02-12 15:14:56 cri

      ເຈົ້າໜ້າທີ່ກອງທະຫານຟີລິບປິນກ່າວໃນວັນທີ 11 ກຸມພານີ້ວ່າ: ໃນຕອນບ່າຍມື້ດັ່ງກ່າວ, ຢູ່ຄ້າຍທະຫານກອງທັບບົກເມືອງຄາກາຢານ ເດີ ໂອໂຣ ຂອງເກາະມິນດານາວທາງພາກໃຕ້ປະເທດຟີລິບປິນໄດ້ເກີດເຫດການຍິງກັນລາຍໜຶ່ງ,ນັກຮົບຄົນໜຶ່ງໄດ້ຍິງປືນໃສ່ນັກຮົບ 4 ຄົນຈົນເສຍຊີວິດ,ອີກ 1 ຄົນໄດ້ຮັບບາດເຈັບ, ແລ້ວນັກຮົບຜູ້ນີ້ໄດ້ຖືກຍິງເສຍຊີວິດກັບທີ່.

      ໃນມື້ດັ່ງກ່າວ ກອງທັບບົກຟີລິບປິນໄດ້ເປີດເຜີຍບົດລາຍງານສະບັບໜຶ່ງໂດຍລະບຸວ່າ: ເຫດຍິງກັນໄດ້ເກີດຂຶ້ນຢູ່ຄ້າຍທະຫານເອວານເກລິສຕາ. ໃນເວລາປະມານ 13 ໂມງຂອງມື້ດັ່ງກ່າວ, ນັກຮົບຜູ້ນີ້ໄດ້ຍິງປືນໃສ່ນັກຮົບຜູ້ອື່ນທີ່ພວມນອນທ່ຽງ,ເຮັດໃຫ້ 4 ຄົນເສຍຊີວິດກັບທີ່. ຫຼັງຈາກນັ້ນ, ນັກຮົບຜູ້ນີ້ເຈດຕະນາຢາກເຂົ້າໄປອີກຫ້ອງໜຶ່ງ,ເລີຍໄດ້ຮັບການສະກັດກັ້ນແລະຖືກຍິງເສຍຊີວິດ. ບົດລາຍງານບໍ່ໄດ້ກ່າວເຖິງສາເຫດທີ່ພາໃຫ້ເກີດເຫດການດັ່ງກ່າວ.