ໄຂກອງປະຊຸມເວທີປຶກສາຫາລືສັງລວມກ່ຽວກັບການປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມຈີນ-ຍີ່ປຸ່ນຄັ້ງທີ 16 ຢູ່ນະຄອນຫຼວງປັກກິ່ງ

2023-02-12 17:09:49 cri

 


ວັນທີ 11 ກຸມພານີ້, ກອງປະຊຸມເວທີປຶກສາຫາລືສັງລວມກ່ຽວກັບການປະຢັດພະລັງງານ ແລະອະນຸລັກສິ່ງແວດລ້ອມຈີນ-ຍີ່ປຸ່ນຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຜ່ານທາງອອນລາຍ ແລະອອຟລາຍ. ທ່ານເຮີລີ້ເຟິ່ງ ກຳມະການກົມການເມືອງຄະນະກຳມະການສູນກາງພັກຄອມມູນິດຈີນ, ທັງເປັນຫົວໜ້າຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີໄຂເວທີປຶກສາຫາລື ແລະກ່າວຄຳປາໄສ.

 

ທ່ານເຮີລີ້ເຟິ່ງກ່າວວ່າ: ການຈັດເວທີປຶກສາຫາລືຄັ້ງນີ້ແມ່ນມາດຕະການສຳຄັນເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງທ່ານສີຈິ້ນຜິງປະທານປະເທດຈີນ ແລະທ່ານຟຸມິໂອະ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນທີ່ບັນລຸໄດ້ໃນການພົບປະຢູ່ນະຄອນຫຼວງບາງກອກປະເທດໄທ, ແລະກໍແມ່ນມາດຕະການສຳຄັນເພື່ອເພີ່ມທະວີການຮ່ວມມືດ້ານການພັດທະນາແບບສີຂຽວລະຫວ່າງຈີນ-ຍີ່ປຸ່ນ. ຈີນຈະຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ເລັ່ງລັດການຫັນປ່ຽນຮູບແບບການພັດທະນາໃຫ້ເປັນແບບສີຂຽວ, ຊຸກຍູ້ການປ້ອງກັນ ແລະປົວແປງມົນລະພິດສິ່ງແວດລ້ອມຢ່າງເລິກເຊິ່ງ, ເພີ່ມທະວີການປະຢັດຊັບພະຍາກອນຢ່າງຮອບດ້ານ, ຕັ້ງໜ້າຊຸກຍູ້ໃຫ້ບັນລຸເປົ້າໝາຍການປ່ອຍກາກບອນໃຫ້ເຖິງລະດັບສູງສຸດແລ້ວຫຼຸດລົງແລະການປອດກາກບອນຢ່າງໜັກແໜ້ນ, ຊຸກຍູ້ການຫຼຸດປະລິມານການປ່ອຍກາກບອນ, ການຫຼຸດຜ່ອນມົນລະພິດ, ການຂະຫຍາຍເນື້ອທີ່ສີຂຽວ ແລະການພັດທະນາເສດຖະກິດຢ່າງປະສານສົມທົບກັນ, ຊຸກຍູ້ການພັດທະນາແບບໃຫ້ຄວາມສຳຄັນແກ່ການປັບປຸງລະບົບນິເວດກ່ອນໝູ່ ແບບປະຢັດ ແລະໂຮມສູນຊັບພະຍາກອນ ພ້ອມທັງເປັນແບບສີຂຽວ ແລະກາກບອນຕ່ຳ. ຈີນຍິນດີຮ່ວມກັບຍີ່ປຸ່ນ ສືບຕໍ່ລົງເລິກການຮ່ວມມືດ້ານການຜະລິດ, ການຮ່ວມມືດ້ານເຕັກນິກ, ການສົນທະນາດ້ານນະໂຍບາຍ ແລະການແລກປ່ຽນດ້ານວັດທະນະທຳໃນການພັດທະນາແບບສີຂຽວແລະກາກບອນຕ່ຳ, ຊຸກຍູ້ການຮ່ວມມືດ້ານການພັດທະນາແບບສີຂຽວລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

 

ທ່ານນິຊິມຸຣະ ຢະສຸໂທສິ ລັດຖະມົນຕີກະຊວງເສດຖະກິດແລະການຜະລິດຍີ່ປຸ່ນໄດ້ເຂົ້າຮ່ວມພິທີໄຂເວທີປຶກສາຫາລືດັ່ງກ່າວ ແລະກ່າວຄຳປາໄສ.