ນ່ານທະເລໃກ້ກັບແຂວງຊູລາເວຊີເໜືອຂອງອິນໂດເນເຊຍເກີດແຜ່ນດິນໄຫວຄວາມແຮງ 6.0 ຣິກເຕີ

2023-02-12 17:08:24 cri

 


ວັນທີ 11 ກຸມພານີ້, ຢູ່ນ່ານທະເລໃກ້ກັບແຂວງຊູລາເວຊີເໜືອຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຄວາມແຮງ 6.0 ຣິກເຕີ. ມາຮອດປັດຈຸບັນນີ້, ຍັງບໍ່ທັນມີການລາຍງານກ່ຽວກັບຜູ້ເສຍຊີວິດແລະບາດເຈັບ ພ້ອມທັງຄວາມເສຍຫາຍດ້ານຊັບສິນເທື່ອ.

 

ອີງຕາມຂ່າວຈາກເວັບໄຊອົງການອຸຕຸນິຍົມ, ດິນຟ້າອາກາດ ແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍ, ແຜ່ນດິນໄຫວຄັ້ງນີ້ໄດ້ເກີດຂຶ້ນໃນເວລາ 15 ໂມງ 55 ນາທີຕາມເວລານະຄອນຫຼວງຈາກາຕາ (15 ໂມງ 55 ນາທີຕາມເວລາວຽງຈັນ), ຈຸດໃຈກາງເກີດແຜ່ນດິນໄຫວຢູ່ນ່ານທະເລໝູ່ເກາະເກພູລາວຕາລອດ ແຂວງຊູລາເວຊີເໜືອ ແລະເລິກລົງໄປໃຕ້ດິນ 11 ກິໂລແມັດ.

 

ອົງການອຸຕຸນິຍົມ, ດິນຟ້າອາກາດ ແລະຟີຊິກໜ່ວຍໂລກຂອງອິນໂດເນເຊຍໄດ້ບັນທຶກວ່າ: ເກາະດອນ ແລະຕາແສງຕ່າງໆທີ່ຢູ່ໃກ້ກັບຈຸດໃຈກາງເກີດແຜ່ນດິນໄຫວມີຄວາມຮູ້ສຶກສັ່ນສະເທືອນຢ່າງຮຸນແຮງ. ອົງການດັ່ງກ່າວບໍ່ໄດ້ອອກຄຳເຕືອນໄພຄື້ນຊືນະມິ, ແຕ່ໄດ້ເຕືອນໃຫ້ປະຊາຊົນຮູ້ວ່າ ອາດຈະເກີດແຮງສັ່ນສະເທືອນຕາມມາຢູ່ເຂດໃກ້ກັບຈຸດໃຈກາງເກີດແຜ່ນດິນໄຫວ  ພ້ອມທັງໄດ້ເຕືອນໃຫ້ປະຊາຊົນຕ້ອງຮັກສາສະຕິລະວັງຕົວ.