ອະດີດລັດຖະມົນຕີການຕ່າງປະເທດໄຊປັຣດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ

2023-02-13 14:49:53 cri


ທ່ານນິໂກສ ຄຣິສໂຕດູລີເດັສ ອະດີດລັດຖະມົນຕີກະຊວງການຕ່າງປະເທດໄຊປັຣດ, ຜູ້ສະໝັກຮັບເລືອກຕັ້ງອິດສະຫຼະ ໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງໃນການປ່ອນບັດເລືອກຕັ້ງປະທານາທິບໍດີໄຊປັຣດຮອບ 2 ທີ່ຈັດຂຶ້ນໃນວັນທີ 12 ກຸມພານີ້, ກາຍເປັນປະທານາທິບໍດີໄຊປັຣດຄົນໃໝ່.


ອີງຕາມສະຖິຕິທາງການຂອງລັດຖະບານໄຊປັຣດ, ໃນຈຳນວນບັດທີ່ນຳໃຊ້ໄດ້ 394.000 ໃບ, ອັດຕາສ່ວນໄດ້ຮັບຄະແນນສຽງຂອງທ່ານ ຄຣິສໂຕດູລີເດັສ ກວມ 51,97%, ສ່ວນອັດຕາໄດ້ຮັບຄະແນນສຽງຂອງ ທ່ານ ອັນເດຣັສ ມາໂບຣຢີອັນນິສ, ຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບການສະໜັບສະໜູນຈາກພັກກ້າວໜ້າປະຊາຊົນແຮງງານເຊິ່ງເປັນພັກຝ່າຍຄ້ານນັ້ນ ກວມ 48,03%. ທ່ານ ຄຣິສໂຕດູລີເດັສ ຈະສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 1 ມີນາໜ້ານີ້. ໄຊປັຣດ ປະຕິບັດລະບອບມີປະທານາທິບໍດີເປັນປະມຸກລັດ, ໄລຍະຕຳແໜ່ງຂອງປະທານາທິບໍດີແມ່ນ 5 ປີ.