ໜ່ວຍກູ້ໄພຈີນກອບກູ້ຜູ້ລອດຊີວິດໄດ້ອີກຄົນໜຶ່ງຢ່າງສຳເລັດຜົນ

2023-02-13 14:52:23 cri

ຕອນບ່າຍວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ໜ່ວຍກູ້ໄພຈີນທີ່ກຳລັງດຳເນີນການກູ້ໄພຢູ່ນະຄອນອັນຕັກຢາແຂວງຮາໄຕຂອງຕູຣາເຄຍນັ້ນ ໄດ້ກອບກູ້ຜູ້ລອດຊີວິດອີກຄົນໜຶ່ງຢ່າງສຳເລັດຜົນ ຫຼັງຈາກເກີດແຜ່ນດິນໄຫວໄດ້ 150 ຊົ່ວໂມງແລ້ວ.



ວັນທີ 11 ກຸມພານີ້, ໜ່ວຍກູ້ໄພຈີນໄດ້ສົ່ງສາຂາໜ່ວຍກູ້ໄພ 3 ໜ່ວຍແລະສະມາຊິກກູ້ໄພທັງໝົດ 46 ຄົນໄປດຳເນີນການກູ້ໄພ.


ປັດຈຸບັນ, ໜ່ວຍກູ້ໄພຈີນຍັງພວມສືບຕໍ່ເຂົ້າຮ່ວມວຽກງານຂອງສູນປະສານງານການກູ້ໄພຢູ່ເຂດຕ່າງໆຂອງອົງການກູ້ໄພ ສປຊ, ປະສານສົມທົບກັບກຳລັງກູ້ໄພພາສຍໃນທ້ອງຖິ່ນດັ່ງກ່າວ ເພື່ອດຳເນີນການເຄື່ອນໄຫວກູ້ໄພ, ແລະຕິດຕໍ່ພົວພັນກັບກຳລັງກູ້ໄພທີ່ຫາກໍເດີນທາງໄປຮອດບ່ອນເກີດເຫດ.