ກະຊວງການທ່ອງທ່ຽວກຳປູເຈຍ: ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວກຳປູເຈຍເພີ່ມຂຶ້ນຢ່າງຫຼວງຫຼາຍ

2023-02-13 15:07:16 cri

      ກະຊວງການທ່ອງທ່ຽວກຳປູເຈຍໄດ້ແຈ້ງໃຫ້ຮູ້ໃນວັນທີ 12 ກຸມພານີ້ວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວກຳປູເຈຍໃນເດືອນມັງກອນປີນີ້ມີປະມານ 4 ແສນເທື່ອຄົນ. ໃນນັ້ນ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວກຳປູເຈຍໃນເດືອນມັງກອນປີນີ້ມີເຖິງ 25.000 ເທື່ອຄົນ, ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລະເດືອນທັນວາປີ 2022.

       ປະລິມານຖ້ຽວບິນລະຫວ່າງສອງປະເທດຈີນ-ກຳປູເຈຍໄດ້ຟື້ນຟູຄືນສູ່ສະພາບປົກກະຕິເປັນກ້າວໆ, ຖ້ຽວບິນໂດຍກົງລະຫວ່າງສອງປະເທດໄດ້ເພີ່ມຂຶ້ນເປັນກ້າວໆ,ໄດ້ຟື້ນຟູຄືນສູ່ລະດັບ 30-40% ຂອງປະລິມານຖ້ຽວບິນກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19,ຄາດວ່ານັບແຕ່ເດືອນມີນາໜ້ານີ້ເປັນຕົ້ນໄປ, ນັກທ່ອງທ່ຽວຈີນທີ່ໄປທ່ຽວກຳປູເຈຍຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.

      ເພື່ອດຶງດູດແລະຕ້ອນຮັບນັກທ່ອງທ່ຽວຈີນ, ລັດຖະບານກຳປູເຈຍໄດ້ວາງມາດຕະການຕ່າງໆ,ເພື່ອສະໜອງການບໍລິການທີ່ດີແລະການຕ້ອນຮັບທີ່ອົບອຸ່ນໃຫ້ແກ່ນັກທ່ອງທ່ຽວຈີນ.