ຕູຣາເຄຍແລະຊີຣີມີຜູ້ເສຍຊີວິດຫຼາຍກວ່າ 33.000 ຄົນຈາກເຫດການແຜ່ນດິນໄຫວ

2023-02-13 15:02:16 CRI

 

ຕາມຂ່າວCRI: ອີງຕາມຕົວເລກທີ່ຖືກເປີດເຜີຍໂດຍລັດຖະບານຕູຣາເຄຍ,ລັດຖະບານຊີຣີແລະອົງກອນກູ້ໄພໃຫ້ຮູ້ວ່າຈາກເຫດການແຜ່ນດິນໄຫວຢ່າງຮຸນແຮງເຮັດໃຫ້ສອງປະເທດດັ່ງກ່າວມີຜູ້ເສຍຊີວິດຫຼາຍກວ່າ 33.000 ຄົນ.

 

ອີງຕາມຕົວເລກສະຖິຕິຫຼ້າສຸດທີ່ໄດ້ຮັບການເປີດເຜີຍໃນວັນທີ 12 ກຸມພານີ້ຈາກລັດຖະບານຕູຣາເຄຍໃຫ້ຮູ້ວ່າ, ແຜ່ນດິນໄຫວຢ່າງຮຸນແຮງທີ່ເກີດຂຶ້ນຢູ່ຕູຣາເຄຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 29.605 ຄົນ. ກະຊວງສາທາລະນະສຸກຊີຣີໄດ້ແຈ້ງໃຫ້ຮູ້ໃນວັນທີ 11 ກຸມພານີ້ວ່າ: ຢູ່ເຂດທີ່ໄດ້ຮັບການຄວບຄຸມໂດຍລັດຖະບານຊີຣີມີ ຜູ້ເສຍຊີວິດ 1.408 ຄົນແລະບາດເຈັບ 2.341 ຄົນ; ສ່ວນຢູ່ເຂດທີ່ໄດ້ຮັບການຄວບຄຸມໂດຍກຳລັງປະກອບອາວຸດຕໍ່ຕ້ານລັດຖະບານ, ກອງກູ້ໄພທ້ອງຖິ່ນກ່າວໃນວັນທີ 11 ກຸມພານີ້ວ່າ,ຈາກເຫດການແຜ່ນດິນໄຫວເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2167 ຄົນ, ແລະບາດເຈັບຫຼາຍກວ່າ 2950 ຄົນ, ຈຳນວນຜູ້ເສຍຊີວິດແລະບາດເຈັບອາດຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ.