ລັກນ້ຳມັນດິບ ແລະ ທັນຍາຫານ ພ້ອມທັງຖິ້ມລະເບີດໃສ່ບ້ານເຮືອນຂອງຊີຣີ, ອາເມຣິກາຍັງຈະເຮັດຫຍັງອີກຕໍ່ຊີຣີຕອນເກີດແຜ່ນດິນໄຫວຢູ່ປະເທດດັ່ງກ່າວ?

2023-02-13 17:02:57 CRI

ຕົວເລກຂໍ້ມູນຈາກລັດຖະບານ ແລະ ອົງການຊ່ວຍເຫຼືອກູ້ໄພຕູຣາເຄຍ ແລະ ຊີຣີ ສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນ, ແຜ່ນດິນໄຫວຮ້າຍແຮງ ທີ່ເກີດຂຶ້ນຢູ່ຕູຣາເຄຍ ແລະ ຊີຣີ ໄດ້ເຮັດໃຫ້ປະຊາຊົນສອງປະເທດເສຍຊີວິດໄປແລ້ວວ່າ 28.000 ຄົນ. ຊາກອາຄານຕ່າງໆ, ໂຮງໝໍທີ່ແອອັດ, ປະຊາຊົນ ທີ່ບໍ່ມີທີ່ຢູ່ອາໄສ, ແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢ່າງກະທັນຫັນນັ້ນ, ໄດ້ເຮັດໃຫ້ທົ່ວແຜ່ນດິນຊີຣີ ທີ່ປະສົບກັບສົງຄາມດົນນານແລ້ວນັ້ນ ໄດ້ຖືກທຳລາຍອີກຄັ້ງໜຶ່ງ.


ໂດຍປະເຊີນໜ້າກັບໄພພິບັດທີ່ຮ້າຍແຮງ ເຊິ່ງເຮັດໃຫ້ປະຊາຊົນຊີຣີເສຍຊີວິດຫຼາຍພັນຄົນນັ້ນ, ແຕ່ໂຄສົກກະຊວງການຕ່າງປະເທດອາເມຣິກາຍັງກ່າວວ່າ: ອາເມຣິກາຈະບໍ່ຍົກເລີກການລົງໂທດ ຫຼື ຂໍ້ຈຳກັດໃດໆ ຕໍ່ຊີຣີ ພ້ອມທັງໄດ້ກ່າວໂຈມຕີລັດຖະບານຊີຣີ “ບໍ່ໄດ້ຖືເອົາຜົນປະໂຫຍດແລະຄວາມສຸກຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງ”. ການລົງໂທດໄດ້ເຮັດໃຫ້ສະພາບມະນຸດສະທຳຢູ່ຊີຣີຮ້າຍແຮງຂຶ້ນຕື່ມອີກ, ຍ້ອນວ່າຖືກປິດລ້ອມ ແລະ ລົງໂທດ, ແມ່ນແຕ່ຂະບວນລົດຂົນສົ່ງວັດຖຸຊ່ວຍເຫຼືອ ກໍຍັງຂາດນ້ຳມັນເຊື້ອໄຟຢູ່ແລ້ວ.


ຕາມຂ່າວແຈ້ງວ່າ: ຊີຣີບໍ່ມີເຄື່ອງຈັກ ແລະ ອຸປະກອນຊ່ວຍເຫຼືອທີ່ພຽງພໍ ໃນການຊ່ວຍເຫຼືອຄົນຈຳນວນຫຼວງຫຼາຍ ທີ່ຕົກຄ້າງຢູ່ໃນຊາກອາຄານ. ວີດີໂອທີ່ຖືກເປີດເຜີຍຢູ່ຕາມອິນເຕີເນັດສະແດງໃຫ້ເຫັນວ່າ, ປະຊາຊົນທ້ອງຖິ່ນໄດ້ຂຸດຄົ້ນຊາກອາຄານດ້ວຍມືເປົ່າ ເພື່ອຊ່ວຍເຫຼືອຄົນໃນຄອບຄົວ ແລະ ຄົນເຮືອນໃກ້.


ນັບແຕ່ຊີຣີເກີດສົງຄາມການເມືອງໃນປີ 2011 ເປັນຕົ້ນມາ, ອາເມຣິກາ ແລະ ພັນທະມິດຕາເວັນຕົກຂອງເຂົາ ໄດ້ອອກແຮງສະໜັບສະໜູນກຳລັງປະກອບອາວຸດຂອງພັກຝ່າຍຄ້ານຊີຣີ ເຊິ່ງເຮັດໃຫ້ການປະທະກັນຂອງທ້ອງຖິ່ນຍືດເຍືອມາຮອດປັດຈຸບັນ. ອາເມຣິກາໄດ້ແຊກແຊງວິກິດການຊີຣີເປັນເວລາດົນນານ, ໄດ້ດຳເນີນການແຊກແຊງທາງການທະຫານເລື້ອຍໆ, ໄດ້ລົງໂທດທາງເສດຖະກິດຢ່າງຮ້າຍແຮງ, ເຮັດໃຫ້ປະຊາຊົນທຳມະດາສາມັນຂອງຊີຣີເສຍຊີວິດເປັນຈຳນວນຫຼວງຫຼາຍ, ປະຊາຊົນຊີຣີບໍ່ມີການຮັບປະກັນດ້ານຊີວິດໃນຂັ້ນພື້ນຖານ. ມາຮອດປັດຈຸບັນນີ້, ກອງທະຫານອາເມຣິກາຍັງຄວບຄຸມຊັບພະຍາກອນຕ່າງໆຂອງຊີຣີຢູ່ ເຊັ່ນ: ນ້ຳມັນເຊື້ອໄຟ, ແກັສທະມະຊາດ, ຍຶດຄອງເຂດຜະລິດນ້ຳມັນຕົ້ນຕໍຂອງຊີຣີ, ຍຶດຜົນຜະລິດນ້ຳມັນຂອງຊີຣີ 80% ຂຶ້ນໄປ, ລັກຂາຍ ຫຼືຈູດເຜົາທັນຍາຫານໃນສາງຂອງຊີຣີ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ເດືອນມິຖຸນາປີ 2022, ກອງທະຫານອາເມຣິກາໄດ້ສົ່ງລົດບັນທຸກ 40 ຄັນໄປລັກຂົນເຂົ້າບະເລຂອງຊີຣີ, ແຕ່ໃນເວລານັ້ນ, ປະຊາຊົນຊີຣີກໍຍັງມີຫຼາຍກວ່າ 12 ລ້ານຄົນຕົກຢູ່ໃນສະພາບການທີ່ “ບໍ່ມີການຮັບປະກັນດ້ານທັນຍາຫານ”.


ປັດຈຸບັນນີ້, ພາຍໃຕ້ຄວາມກົດດັນ ແລະ ການກ່າວປະນາມຈາກປະຊາຄົມໂລກ, ອາເມຣິກາຈຳເປັນຕ້ອງຜ່ອນຄາຍການລົງໂທດຕໍ່ຊີຣີ, ແຕ່ວ່າ, ປະຊາຊົນຊີຣີໄດ້ພາດໂອກາດການຊ່ວຍເຫຼືອພາຍໃນ 72 ຊົ່ວໂມງທີ່ເປັນໄລຍະເວລາອາດຍັງລອດຕົວໄດ້ຫຼັງເກີດໄພພິບັດ.


ຫວ່າງບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດຊີຣີປະຈຳຈີນໃຫ້ສຳພາດຕໍ່ນັກຂ່າວວ່າ: “ການລົງໂທດຂອງປະເທດຕາເວັນຕົກ ເຮັດໃຫ້ຊີຣີ “ຕົກທຸກໄດ້ຍາກ” ຕື່ມອີກ. ຫວັງວ່າ, ແຜ່ນດິນໄຫວຄັ້ງນີ້ສາມາດເຮັດໃຫ້ປະເທດທີ່ຊູຄັນທຸງ “ສິດທິມະນຸດ” ເຫຼົ່ານີ້ມີສະຕິຄືນມາໃໝ່.” ການຊ່ວຍເຫຼືອຊີວິດຫຼັງເກີດແຜ່ນດິນໄຫວ ແມ່ນແຂ່ງຂັນກັບເວລາທຸກວິນາທີ, ແຕ່ອາເມຣິກາພັດເບິ່ງຂ້າມຊີວິດຂອງປະຊາຊົນຊີຣີ ເພື່ອຜົນປະໂຫຍດຂອງຕົນ, ນີ້ກໍຄືອາເມຣິກາ ທີ່ເຂົ້າກະທໍຍໍໂຕເອງວ່າເປັນ “ຕຳຫຼວດປ້ອງກັນສິດທິມະນຸດ” ຂອງໂລກຫັ້ນແຫຼະ.