ນະຄອນບັບຟາໂລລັດນິວຢອກອາເມຣິກາເກີດເຫດການຍິງກັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນແລະບາດເຈັບ 2 ຄົນ

2023-02-13 14:51:00 cri

ວັນທີ 12 ກຸມພານີ້ຕາມເວລາທ້ອງຖິ່ນ, ນະຄອນບັບຟາໂລລັດນິວຢອກອາເມຣິກາໄດ້ເກີດເຫດການຍິງກັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນແລະບາດເຈັບ 2 ຄົນ.


ຕຳຫຼວດທ້ອງຖິ່ນກ່າວວ່າ, ຢູ່ສະໂມສອນແຫ່ງໜຶ່ງຂອງທ້ອງຖິ່ນດັ່ງກ່າວໄດ້ເກີດເຫດການຍິງກັນໃນເວລາ 2 ໂມງເຄິ່ງຕອນຂ້ອນແຈ້ງມື້ດຽວກັນ, ຜູ້ຊາຍອາຍຸ 21 ປີຖືກຍິງແລະເສຍຊີວິດຄາທີ່, ສ່ວນຜູ້ບາດເຈັບສອງຄົນໄດ້ຖືກນຳຕົວສົ່ງເຂົ້າໂຮງໝໍທ້ອງຖິ່ນປິ່ນປົວແລ້ວ, ປັດຈຸບັນ, ມີສະພາບເປັນປົກກະຕິຢູ່. ຝ່າຍຕຳຫຼວດກ່າວວ່າ, ເຫດການດັ່ງກ່າວເກີດຂຶ້ນຍ້ອນການຜິດຖຽງກັນ. ສ່ວນຄະດີຍັງພວມຢູ່ໃນຂັ້ນຕອນສືບສວນ.

ຂ່າວແຈ້ງວ່າ, ຄະດີຍິງກັນດັ່ງກ່າວແມ່ນເຫດການຍິງກັນຄັ້ງທີສອງທີ່ເກີດຂຶ້ນຢູ່ສະໂມສອນດັ່ງກ່າວພາຍໃນເວລາສອງອາທິດ.