ວັດຖຸຊ່ວຍເຫຼືອດ້ານມະນຸດສະທຳງວດທີ 2 ທີ່ສະພາກາແດງຈີນຊ່ວຍເຫຼືອຊີຣີເລີ່ມສົ່ງໄປສູ່ຊີຣີ

2023-02-13 15:37:47 cri

ຕອນຮຸ່ງເຊົ້າວັນທີ 13 ກຸມພານີ້, ວັດຖຸຊ່ວຍເຫຼືອດ້ານມະນຸດສະທຳງວດທີ 2 ທີ່ສະພາກາແດງຈີນສະໜອງໃຫ້ແກ່ເຂດປະສົບໄພແຜ່ນດິນໄຫວຢູ່ຊີຣີໄດ້ເລີ່ມສົ່ງອອກຈາກນະຄອນຫຼວງປັກກິ່ງຂອງຈີນ. ວັດຖຸຊ່ວຍເຫຼືອງວດນີ້ລວມມີຕູບຝ້າຍ, ຖົງຄອງຊີບ, ເສື້ອກັນໜາວ ແລະເຄື່ອງໃຊ້ປະຈຳວັນອື່ນໆ, ພ້ອມທັງຢາ ແລະວັດຖຸດ້ານການແພດທີ່ຕ້ອງການດ່ວນຢູ່ເຂດປະສົບໄພ ເຊິ່ງຈະເປັນປະໂຫຍດໃຫ້ແກ່ປະຊາຊົນຜູ້ປະສົບໄພຫຼາຍກວ່າ 10.000 ຄົນ.


ກ່ອນໜ້ານີ້, ວັດຖຸທາງການແພດງວດທຳອິດທີ່ສະພາກາແດງຈີນຊ່ວຍເຫຼືອຊີຣີໄດ້ມອບໃຫ້ແກ່ສະພາຊີກວົງເດືອນແດງຂອງຊີຣີຢ່າງສະດວກ ແລະໄດ້ຖືກນຳໃຊ້ຢູ່ເຂດປະສົບໄພ.


ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ