ກອງປະຊຸມການສຶກສາດີຈີຕອນໂລກຈັດຂຶ້ນໃນວັນທີ 13 ກຸມພານີ້

2023-02-13 15:33:41 cri

 

ວັນທີ 13 ກຸມພານີ້, ກອງປະຊຸມການສຶກສາດີຈີຕອນໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ, ພາຍໃຕ້ຫົວຂໍ້ “ການຫັນປ່ຽນດີຈີຕອນ ແລະອະນາຄົດຂອງການສຶກສາ”, ໂດຍຈັດຂຶ້ນຜ່ານທາງອອນລາຍ ແລະອອຟລາຍ, ມີຜູ້ຕາງໜ້າຈາກ 130 ກວ່າປະເທດ ແລະເຂດແຄວ້ນໃນໂລກໄດ້ລົງທະບຽນເຂົ້າຮ່ວມ ເຊິ່ງມີທູຕານຸທູດ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳຈີນເກືອບ 50 ທ່ານ ພ້ອມດ້ວຍອະທິການບໍດີຂອງມະຫາວິທະຍາໄລທີ່ມີຊື່ສຽງຫຼາຍແຫ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ຜ່ານທາງອອຟລາຍ.

 

ກອງປະຊຸມຄັ້ງນີ້ຈະເປິກສາຫາລືກ່ຽວກັບການຫັນປ່ຽນຮູບແບບດີຈີຕອນ, ການພັດທະນາ ແລະນຳໃຊ້ຊັບພະຍາກອນການຮຽນດີຈີຕອນ, ການຍົກສູງລະດັບຄວາມຮູ້ຄວາມສາມາດດ້ານດີຈີຕອນຂອງຄູ ແລະນັກຮຽນ, ການຄຸ້ມຄອງການສຶກສາດ້ວຍດີຈີຕອນ ແລະອື່ນໆ. ນອກນັ້ນຍັງຈະອອກປຶ້ມປົກສີຟ້າກ່ຽວກັບການສຶກສາສະຕິປັນຍາຈີນ, ດັດຊະນີການພັດທະນາການສຶກສາສະຕິປັນຍາ ແລະກົດລະບຽບເວທີການສຶກສາສະຕິປັນຍາທີ່ເປັນແບບສະບັບ,ພ້ອມທັງສະເໜີຂໍ້ລິເລີ່ມກ່ຽວກັບການສ້າງສະຫະພັນການສຶກສາແບບດີຈີຕອນຂອງໂລກ ແລະຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານການພັດທະນາການສຶກສາແບບດີຈີຕອນຂອງໂລກ.