ວັດຖຸຊ່ວຍເຫຼືອດ້ານມະນຸດສະທຳງວດທີ 2 ທີ່ສະພາກາແດງຈີນຊ່ວຍເຫຼືອຊີຣີໄດ້້ສົ່ງໄປເຖິງນະຄອນຫຼວງດາມາສກັດຂອງຊີຣີ

2023-02-14 16:29:17 cri

ວັນທີ 13 ກຸມພານີ້, ວັດຖຸຊ່ວຍເຫຼືອດ້ານມະນຸດສະທຳງວດທີ 2 ທີ່ສະພາກາແດງຈີນຊ່ວຍເຫຼືອຊີຣີໄດ້້ສົ່ງໄປເຖິງນະຄອນຫຼວງດາມາສກັດຂອງຊີຣີ. ທ່ານສືຮົງເວີ່ຍ ເອກອັກຄະລັດຖະທູດຈີນປະຈຳຊີຣີ, ທ່ານໂມອາຕັສ ຮອງລັດຖະມົນຕີກະຊວງການຄຸ້ມຄອງທ້ອງຖິ່ນ ແລະສິ່ງແວດລ້ອມຊີຣີ ພ້ອມທັງເຈົ້າໜ້າທີ່ພາກສ່ວນຕ່າງໆໄດ້ໄປຕ້ອນຮັບຢູ່ສະໜາມບິນ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວັດຖຸຊ່ວຍເຫຼືອງວດນີ້ລວມມີຕູບຝ້າຍ, ຖົງຄອງຊີບ, ເສື້ອກັນໜາວ, ຢາ ແລະວັດຖຸທີ່ຕ້ອງການດ່ວນຢູ່ເຂດປະສົບໄພ ເຊິ່ງຈະເປັນປະໂຫຍດໃຫ້ແກ່ປະຊາຊົນຜູ້ປະສົບໄພຫຼາຍກວ່າ 10.000 ຄົນ.