ຈີນເປີດເຜີຍເອກະສານໝາຍເລກໜຶ່ງຂອງສູນກາງໂດຍກຳນົດໃຫ້ປະຕິບັດວຽກງານຈຸດສຸມແຫ່ງການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃນປີ2023ໃຫ້ດີ

2023-02-14 15:33:32 cri



ເອກະສານໝາຍເລກໜຶ່ງຂອງສູນກາງແຫ່ງການຊີ້ນຳວຽກງານກ່ຽວກັບກະສິກຳຊົນນະບົດແລະຊາວກະສິກອນຂອງຈີນສະບັບທີ 20 ນັບແຕ່ຕົ້ນສະຕະ ວັດທີ21ເປັນຕົ້ນມາ ຄື ຄວາມເຫັນຂອງສູນກາງພັກກອມມູນິດຈີນແລະລັດ ຖະບານຈີນວ່າດ້ວຍການປະຕິບັດວຽກງານຈຸດສຸມແຫ່ງການຊຸກຍູ້ການພັດທະນາຊົນ ນະບົດໃຫ້ຈະເລີນຢ່າງຮອບດ້ານໃນປີ2023ໃຫ້ດີໄດ້ເຜີຍແຜ່ໃນວັນທີ 13 ກຸມພາ 2023 ນີ້.



ເອກະສານສະບັບນີ້ໄດ້ລະບຸວ່າ: ການສ້າງສາປະເທດສັງຄົມນິຍົມທັນສະ ໄໝຢ່າງຮອບດ້ານ, ໜ້າທີ່ອັນໜັກໜ່ວງທີ່ສຸດຍັງຄົງຢູ່ຊົນນະບົດ. ສະພາບການ ປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບ 100 ປີໄດ້ເລັ່ງຜັນແປ, ການພັດທະນາປະເທດຈີນໄດ້ເຂົ້າສູ່ໄລຍະທີ່ມີທັງກາລະໂອກາດດ້ານຍຸດທະສາດແລະຄວາມສ່ຽງກໍຄືສິ່ງທ້າທາຍ, ປັດໄຈທີ່ບໍ່ແນ່ນອນແລະຄາດຄະເນຍາກໄດ້ ເພີ່ມຂຶ້ນ, ການຮັກສາສະພາບພື້ນຖານຂອງ “ກະສິກຳ,ຊົນນະບົດແລະຊາວ ກະສິກອນ” ແມ່ນມີຄວາມສຳຄັນຫຼາຍທີ່ສຸດ ແລະເດັດຂາດບໍ່ໃຫ້ມີຄວາມ ຜິດພາດ. ສູນກາງພັກກອມມູນິດຈີນເຫັນວ່າ: ຈຳເປັນຕ້ອງຍຶດໝັ້ນສຸມຄວາມພະ ຍາຍາມຢ່າງບໍ່ລົດລະໃນການຖືເອົາການແກ້ໄຂບັນຫາກ່ຽວກັບ “ກະສິກຳ,ຊົນນະບົດແລະຊາວກະສິກອນ”ໃຫ້ດີເປັນຈຸດສຳຄັນທີ່ສຸດຂອງວຽກງານທົ່ວພັກ, ສຸມກຳລັງແຮງທົ່ວພັກ ທົ່ວສັງຄົມເຂົ້າໃນການຊຸກຍູ້ການພັດທະນາຊົນນະບົດໃຫ້ ຈະເລີນຢ່າງຮອບດ້ານ,  ເລັ່ງຊຸກຍູ້ວຽກງານຄວາມທັນສະໄໝດ້ານກະສິກຳ ແລະຊົນນະບົດ.

ເອກະສານສະບັບນີ້ຍັງກຳນົດໃຫ້ເດັດດ່ຽວຮັກສາເສັ້ນຕ້ອງຫ້າມໃນດ້ານຕ່າງໆຢ່າງໜັກແໜ້ນເຊັ່ນ: ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປ້ອງກັນບໍ່ ໃຫ້ເກີດບັນຫາກັບສູ່ສະພາບທຸກຍາກຄືນໃໝ່ຢ່າງຂະໜາດໃຫຍ່ ແລະອື່ນໆ. ຊຸກຍູ້ວຽກງານຈຸດສຸມຕ່າງໆເຊັ່ນ: ການພັດທະນາຊົນນະບົດ, ການສ້າງສາ ຊົນນະບົດ, ການຄຸ້ມຄອງຊົນນະບົດແລະອື່ນໆຢ່າງໜັກແໜ້ນ, ເລັ່ງສ້າງສາປະ ເທດທີ່ເຂັ້ມແຂງດ້ານກະສິກຳ, ສ້າງສາຊົນນະບົດທີ່ໜ້າຢູ່,ໜ້າທຳມາຫາກິນ, ສວຍງາມ ແລະກົມກຽວປອງດອງ.

 ເອກະສານສະບັບນີ້ປະກອບດ້ວຍ 9 ພາກຄື: ເລັ່ງລັດປະຕິບັດການ ຮັກສາຄວາມໝັ້ນທ່ຽງດ້ານຜົນຜະລິດແລະການສະໜອງສະບຽງອາຫານແລະຜະລິດຕະພັນກະສິກຳທີ່ສຳຄັນໃຫ້ມີປະສິດທິຜົນ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງດ້ານກະ ສິກຳ, ເພີ່ມທະວີການສ້າງສິ່ງຄ້ຳປະກັນດ້ານວິທະສາດເຕັກນິກ ແລະອຸປະ ກອນດ້ານກະສິກຳ, ປັບປຸງແລະເສີມຂະຫຍາຍໝາກຜົນດ້ານການລຶບລ້າງຄວາມ ທຸກຍາກ, ຊຸກຍູ້ການພັດທະນາອຸດສາຫະກຳຊົນນະບົດດ້ວຍຄຸນນະພາບສູງ, ເປີດກວ້າງຊ່ອງທາງການເພີ່ມລາຍໄດ້ແລະສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ, ຊຸກຍູ້ການສ້າງສາຊົນນະບົດທີ່ໜ້າຢູ່,ໜ້າທຳມາຫາກິນ, ສວຍງາມ ແລະກົມກຽວ ປອງດອງຢ່າງໜັກແໜ້ນ, ປັບປຸງລະບົບຄຸ້ມຄອງຊົນນະບົດທີ່ນຳພາໂດຍການ ຈັດຕັ້ງພັກໃຫ້ສົມບູນຂຶ້ນ, ເພີ່ມທະວີການຮັບປະກັນດ້ານນະໂຍບາຍແລະການ ປະດິດສ້າງດ້ານໂຄງປະກອບແລະກົນໄກ.