ໂຄສົກກະຊວງການຕ່າງປະເທດຈີນແນະນຳການຈັດວາງກ່ຽວກັບການຢ້ຽມຢາມປະເທດຈີນຂອງປະທານາທິບໍດີອີຣານ

2023-02-14 16:31:44 cri

 

ວັນທີ 13ກຸມພານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນ, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳກ່ຽວກັບການຢ້ຽມຢາມຈີນຂອງທ່ານເຊເຢັດອີບຣາຮິມ ໄຣຊີ ປະທານາທິບໍດີອີຣານ. ທ່ານກ່າວວ່າ: ການຢ້ຽມຢາມຄັ້ງນີ້ແມ່ນທ່ານໄຣຊີຢ້ຽມຢາມຈີນຄັ້ງທຳອິດພາຍຫຼັງທ່ານໄດ້ດຳລົງຕຳແໜ່ງປະທານາທິບໍດີອີຣານເປັນຕົ້ນມາ, ຈີນຍິນດີຮ່ວມກັບອີຣານ ແລະຖືເອົາການຢ້ຽມຢາມຄັ້ງນີ້ເປັນໂອກາດ,  ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ ແລະອີຣານໄດ້ຮັບການຂະຫຍາຍຕົວຫຼາຍກວ່າເກົ່າ.

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານເຊເຢັດ ອີບຣາຮິມ ໄຣຊີ ປະທານາທິບໍດີອີຣານຈະດຳເນີນການຢ້ຽມຢາມຈີນທາງລັດຖະກິດແຕ່ວັນທີ 14 ຫາວັນທີ 16 ກຸມພານີ້.

 

ທ່ານຫວ່າງເວີນປິ່ນກ່າວວ່າ: ໃນໄລຍະການຢ້ຽມຢາມ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະພົບປະກັບທ່ານໄຣຊີ ປະທານາທິບໍດີອີຣານ, ຮ່ວມກັນວາງແຜນ ແລະຊີ້ນຳການພັດທະນາຂອງການພົວພັນຈີນ-ອີຣານໃນອະນາຄົດ, ພ້ອມທັງແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາພາກພື້ນແລະສາກົນທີ່ສອງຝ່າຍສົນໃຈຮ່ວມກັນ. ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ແລະທ່ານລີ້ຈານຊູ່ ປະທານ ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກໍຈະພົບປະກັບທ່ານໄຣຊີ ປະທານາທິບໍດີອີຣານຕາມລຳດັບ.