ທ່ານວາງຢີ້ພົບປະກັບທ່ານດອນ ປຣະມັດວິໄນ ຮອງນາຍົກ ທັງເປັນລັດຖະມົນຕີການຕ່າງປະເທດໄທ

2023-02-14 15:28:04 CRI

    ວັນທີ 13 ກຸມພານີ້, ທ່ານວາງຢີ້ ກຳ ມະການກົມການເມືອງຄະນະກຳ ມະການສູນກາງພັກຄອມມູນິດຈີນ ທັງເປັນຫົວໜ້າຫ້ອງການຄະນະກຳ ມະການວຽກງານການຕ່າງປະເທດສູນກາງຈີນໄດ້ພົບປະທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີໄທ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທຢູ່ທີ່ນະຄອນຫຼວງປັກກິ່ງ.



    ທ່ານວາງຢີ້ກ່າວວ່າ, ທ່ານປະທານສີຈີ້ນຜິງຢ້ຽມຢາມໄທຢ່າງສຳ ເລັດຜົນໃນປີກາຍນີ້ໂດຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບສອງຝ່າຍຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ໄທທີ່ໝັ້ນຄົງກວ່າເກົ່າ, ຈະເລີນກວ່າເກົ່າ ແລະ ເປັນແບບຍືນຍົງກວ່າເກົ່າ. ຈີນຍິນດີຮ່ວມກັບໄທຈັດຕັ້ງປະຕິບັດໝາກຜົນຂອງການຢ້ຽມຢາມ, ພ້ອມກັນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສອງປະເທດ ແລະ ປົກປັກຮັກສາພາບລວມແຫ່ງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ທ່ານກ່າວເນັ້ນວ່າ, ການຮ່ວມມືລະຫວ່າງຈີນ ກັບ ໄທບໍ່ພຽງແຕ່ໄດ້ຊຸກຍູ້ໃຫ້ຈີນ ແລະ ໄທຕ່າງຝ່າຍຕ່າງໄດ້ຮັບການພັດທະນາເທົ່ານັ້ນ, ຍັງໄດ້ນຳ ເອົາຄວາມສຸກໃຫ້ແກ່ປະຊາຊົນສອງຊາດຢ່າງແທ້ຈິງ.


    ທ່ານດອນ ປຣະມັດວິໄນກ່າວວ່າ ຫວັງວ່າຈະສືບຕໍ່ປະກອບສ່ວນເຂົ້າໃນການຂະຫຍາຍການພົວພັນໄທ-ຈີນ ແລະ ປະຕິບັດຕາມຈິດໃຈ “ໄທແລະຈີນບໍ່ແມ່ນໃຜອື່ນໄກ” ດ້ວຍການກະທຳ ຕົວຈິງ.