ກະຊວງການຕ່າງປະເທດຈີນ:ກຳປັ່ນຕຳຫຼວດທະເລຟີລິບປິນລ່ວງລ້ຳເຂດທະເລເກາະເຣີນໄອ້ ການປະຕິບັດງານຂອງຈີນແມ່ນອີງໃສ່ຫຼັກວິຊາສະເພາະ ແລະ ຄວາມອົດກັ້ນ

2023-02-14 16:51:21 CRI

    ວັນທີ 13 ກຸມພານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນ ມີນັກຂ່າວຖາມກ່ຽວກັບ ຕຳຫຼວດທະເລຟິລິບປິນກ່າວຫາກຳປັ່ນຕຳຫຼວດທະເລຈີນຍິງແສເລເຊີໃສ່ກຳປັ່ນລຳໜຶ່ງຂອງຟິລິບປິນ.


 

     ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ: ເກາະເຣີນໄອ້ແມ່ນພາກສ່ວນໜຶ່ງຂອງໝູ່ເກາະນານຊ່າຂອງຈີນ. ວັນທີ 6 ກຸມພານີ້, ກຳປັ່ນຕຳຫຼວດທະເລຟິລິບປິນບໍ່ໄດ້ຮັບການອະນຸຍາດຈາກຈີນ ໄດ້ລ່ວງລ້ຳເຂດທະເລຂອງເກາະເຣີນໄອ້. ການປະຕິບັດງານຂອງກຳປັ່ນຕຳຫຼວດທະເລຈີນແມ່ນອີງຕາມກົດໝາຍພາຍໃນປະເທດຈີນ ແລະ ກົດໝາຍສາກົນເຊິ່ງລວມທັງ “ສົນທິສັນຍາວ່າດ້ວຍກົດຫມາຍທາງທະເລຂອງອົງການສະຫະປະຊາຊາດ”, ເພື່ອຮັກສາອະທິປະໄຕຂອງຈີນ ແລະ ກົດລະບຽບທາງທະເລ,ການປະຕິບັດງານແມ່ນອີງໃສ່ຫຼັກວິຊາສະເພາະ ແລະຮັກສາຄວາມອົດກັ້ນໄວ້.


    ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: “ພວກຂ້າພະເຈົ້າຫວັງໃຫ້ຟີລິບປິນຈົ່ງເຄົາລົບອະທິປະໄຕແລະຂອງຜືນແຜ່ນດິນ ອັນຄົບຖ້ວນລວມທັງສິດຜົນປະໂຫຍດທາງທະເລຂອງຈີນຢູ່ທະເລຈີນໃຕ້ຢ່າງແທ້ຈິງ, ຫຼີກເວັ້ນບໍ່ໃຊ້ການກະທຳທີ່ອາດຈະເຮັດໃຫ້ຂໍ້ຂັດແຍ້ງຂະຫຍາຍຕົວ ແລະ ເຮັດໃຫ້ສະຖານະການສັບສົນຂຶ້ນ. ຈີນ ກັບ ຟິລິບປິນກຳລັງຕິດຕາມກ່ຽວກັບເລື່ອງນີ້ໂດຍຜ່ານຊ່ອງທາງການທູດ.”