
ວັນທີ 13 ກຸມພານີ້, ຄະນະກຳມະການສະຫະພາບເອີຣົບໄດ້ເປີດເຜີຍບົດລາຍງານການຄາດຄະເນເສດຖະກິດໃນລະດູໜາວຂອງປີ 2023 ໂດຍຈະປັບເພີ່ມຄາດໝາຍການເຕີບໂຕທາງດ້ານເສດຖະກິດຂອງສະຫະພາບເອີຣົບໃນປີນີ້ຂຶ້ນເປັນ 0,8% ແລະປັບເພີ່ມຄາດໝາຍການເຕີບໂຕທາງດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣໃນປີນີ້ຂຶ້ນເປັນ 0,9%.
ບົດລາຍງານການຄາດຄະເນເສດຖະກິດໃນລະດູໃບໄມ້ຫຼົ່ນທີ່ເປີດເຜີຍໃນກ່ອນໜ້ານີ້ຄາດຄະເນວ່າ: ເສດຖະກິດຂອງສະຫະພາບເອີຣົບແລະເຂດໃຊ້ເງິນເອີໂຣໃນປີ 2023 ລ້ວນແຕ່ຈະເພີ່ມຂຶ້ນ 0,3%.
ບົດລາຍງານການຄາດຄະເນເສດຖະກິດໃນລະດູໜາວໄດ້ຮັກສາຄາດໝາຍການເຕີບໂຕທາງດ້ານເສດຖະກິດຂອງສະຫະພາບເອີຣົບແລະເຂດໃຊ້ເງິນເອີໂຣໃນປີ 2024 ບໍ່ປ່ຽນແປງ, ຕ່າງແມ່ນ 1,6% ແລະ 1,5%. ບົດລາຍງານຄາດຄະເນຕື່ມວ່າ: ອັດຕາເງິນເຟີ້ຂອງສະຫະພາບເອີຣົບໃນປີ 2023 ຈະຫຼຸດລົງຈາກ 9,2% ໃນປີ 2022 ຮອດ 6,4%, ແລະຈະຫຼຸດລົງຮອດ 2,8% ໃນປີ 2024; ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣໃນປີ 2023 ຈະຫຼຸດລົງຈາກ 8,4% ໃນປີ 2022 ຮອດ 5,6%, ແລະຈະຫຼຸດລົງຮອດ 2,5% ໃນປີ 2024.