ທ່ານວາງຢີ້ ຈະຢ້ຽມຢາມຝຣັ່ງ, ອີຕາລີ, ຮົງກາລີ, ຣັດເຊຍ, ແລະ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 59 ທີ່ຈັດຂຶ້ນຢູ່ເຢຍລະມັນ

2023-02-14 17:04:02 cri


ວັນທີ 13 ກຸມພານີ້, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານຝຣັ່ງ, ອີຕາລີ, ຮົງກາລີແລະຣັດເຊຍ, ແຕ່ວັນທີ 14 ຫາ 22 ກຸມພານີ້, ທ່ານວາງຢີ້, ກຳມະການກົມການເມືອງຄະນະກຳມະການສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນ ຈະເດີນທາງຢ້ຽມຢາມ ຝຣັ່ງ, ອີຕາລີ, ຮົງກາລີ, ຣັດເຊຍ, ແລະເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 59 ທີ່ຈັດຂຶ້ນຢູ່ເຢຍລະມັນຕາມການເຊື້ອເຊີນ, ພ້ອມທັງກ່າວປາຖະກະຖາໃນກອງປະຊຸມສະເພາະວຽກງານຂອງຈີນ, ແນະນຳແນວຄິດຄວາມໝັ້ນຄົງແບບຮ່ວມກັນ, ສັງລວມ, ຮ່ວມມືກັນແລະແບບຍືນຍົງ ທີ່ລິເລີ່ມໂດຍທ່ານສີຈິ້ນຜິງ ປະທານປະເທດຈີນ, ເພື່ອບັນລະຍາຍວ່າ ຈີນຈະຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ຍັງຈະແນະນຳຫຼັກໝັ້ນຂອງຈີນກ່ຽວກັບບັນຫາສາກົນທີ່ສຳຄັນ ໂດຍພາຍໃຕ້ຫົວຂໍ້ຂອງກອງປະຊຸມ.