ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ເລັ່ງທວງໃຫ້ລັດຖະບານອາເມຣິກາຍົກເລີກການລົງໂທດຝ່າຍດຽວທີ່ຜິດກົດໝາຍຕໍ່ຊີຣີໃນທັນທີ

2023-02-14 16:30:31 cri

 

ວັນທີ 13 ກຸມພານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນ, ມີນັກຂ່າວຖາມວ່າ: ຫວ່າງບໍ່ດົນມານີ້, ລັດຖະບານອາເມຣິກາໄດ້ປະກາດວ່າ: ຈະຜ່ອນຜັນມາດຕະການລົງໂທດຕໍ່ຊີຣີເປັນການຊົ່ວຄາວ, ແຕ່ພຽງແຕ່ໃຊ້ໃນການດຳເນີນທຸລະກິດກ່ຽວກັບຄວາມຕ້ອງການໃນການກູ້ໄພແຜ່ນດິນໄຫວ ແລະກຳນົດເປັນເວລາ 180 ວັນ. ຕໍ່ເລື່ອງນີ້ຈີນມີຄວາມເຫັນແນວໃດ?

 

ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ລັດຖະບານອາເມຣິກາຄວນຍົກເລີກການລົງໂທດຝ່າຍດຽວທີ່ຜິດກົດໝາຍຕໍ່ຊີຣີໃນທັນທີ, ແຕ່ບໍ່ຄວນດຳເນີນການສະແດງທາງການເມືອງທີ່ “ຜ່ອນຜັນເປັນການຊົ່ວຄາວ”.

 

ທ່ານກ່າວວ່າ: ອາເມຣິກາໄດ້ປະຕິບັດການແຊກແຊງທາງການທະຫານ ແລະ ການລົງໂທດຝ່າຍດຽວທີ່ຜິດກົດໝາຍຕໍ່ຊີຣີເປັນເວລາຫຼາຍປີມາແລ້ວ ເຊິ່ງເຮັດໃຫ້ວິກິດການທາງເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນຊີຣີຮ້າຍແຮງຂຶ້ນ, ເຮັດໃຫ້ຄວາມສາມາດຕ້ານກັບໄພພິບັດຂອງຊີຣີອ່ອນແອລົງຢ່າງຫຼວງຫຼາຍ. ຫຼັງຈາກເກີດແຜ່ນດິນໄຫວແລ້ວ, ການລົງໂທດຝ່າຍດຽວຂອງອາເມລິກາໄດ້ເປັນສິ່ງກີດຂວາງການກູ້ໄພໃນ 72 ຊົ່ວໂມງຂອງຊີຣີ, ເຮັດໃຫ້ສະພາບການປະສົບໄພຮ້າຍແຮງຂຶ້ນ. ດັ່ງທີ່ຊາວຊີຣີເວົ້າວ່າ: ອາເມຣິກາພຽງແຕ່ສົນໃຈການເມືອງ ແຕ່ເສີຍເມີຍຕໍ່ມະນຸດສະທຳ.

 

ທ່ານຫວ່າງເວີນປິ່ນກ່າວຕື່ມວ່າ: ພວກເຮົາເລັ່ງທວງໃຫ້ລັດຖະບານອາເມຣິກາປະຖິ້ມການໄລ່ລ່າທາງພູມສາດການເມືອງ, ຍົກເລີກການລົງໂທດພຽງແຕ່ຝ່າຍດຽວທີ່ຜິດກົດໝາຍຕໍ່ຊີຣີໃນທັນທີ, ຍຸດຕິການສ້າງໄພພິບັດດ້ານມະນຸດສະທຳອີກ.