ນັກສຶກສາອິນໂດເນເຊຍກັບມາຈີນເພື່ອເຂົ້າສົກຮຽນໃໝ່ເປັນຕາມໆກັນ

2023-02-14 17:06:52 cri


ວັນທີ 13 ກຸມພານີ້, ນັກສຶກສາອິນໂດເນເຊຍອີກງວດໜຶ່ງເດີນທາງຈາກສະໜາມບິນສາກົນຈາກາຕາດ້ວຍເຮືອບິນຂອງບໍລິສັດການບິນເຊ້ຍເມີນ ເພື່ອກັບມາຈີນເຂົ້າສົກຮຽນໃໝ່.


ຄຽງຄູ່ກັບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ ແລະລັດຖະບານຈີນໄດ້ຜ່ອນຜັນມາດຕະການປ້ອງກັນແລະຄວບຄຸມ, ນັກສຶກສາອິນໂດເນເຊຍທີ່ສຶກສາຢູ່ຈີນ ໄດ້ພາກັນກັບຈີນເພື່ອເຂົ້າສົກຮຽນໃໝ່ເປັນຕາມໆກັນ.


ນັກສຶກສາອິນໂດເນເຊຍ 10 ຄົນທີ່ກັບມາມະຫາວິທະຍາໄລຢູ່ຈີນນັ້ນ ແມ່ນສະຖາບັນປັກກິ່ງອິນໂດເນເຊຍ ທີ່ເປັນອົງການອົບຮົມພາສາຈີນຈາກາຕາ ສົ່ງໄປຮຽນຕໍ່ຢູ່ມະຫາວິທະຍາໄລອ່ານຮຸ່ຍຈີນ, ແມ່ນນັກສຶກສາຮຽນປະລິຍາຕີທີ່ເຂົ້າຮຽນໃນປີ 2020, ປີ 2021 ແລະປີ 2022. ກ່ອນໜ້ານີ້, ໂດຍໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ນັກສຶກສາຈຳນວນດັ່ງກ່າວໄດ້ຮຽນຜ່ານທາງອິນເຕີເນັດມາໂດຍຕະຫຼອດ, ການກັບມາຈີນເພື່ອເຂົ້າຮຽນຕໍ່ແມ່ນຄວາມປາຖະໜາອັນໃຫຍ່ທີ່ສຸດຂອງເຂົາເຈົ້າ.


ຕາມຂ່າວແຈ້ງວ່າ, ປັດຈຸບັນ, ນັກສຶກສາອິນໂດເນເຊຍທີ່ຮຽນຢູ່ຈີນມີທັງໝົດ 15.000 ກວ່າຄົນ, ຈີນໄດ້ກາຍເປັນເປົ້າໝາຍສຳຄັນໃນດ້ານການສຶກສາຂອງນັກຮຽນອິນໂດເນເຊຍ.