ໄທຈະເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດນັບແຕ່ວັນທີ 1 ມິຖຸນາປີນີ້ເປັນຕົ້ນໄປ

2023-02-15 14:56:13 CRI

    ວັນທີ 14 ກຸມພານີ້, ທ່ານພິພັດ ຣັດຊະກິດປະການ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາໄທກ່າວວ່າ, ກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນມື້ດຽວກັນໄດ້ອະນຸມັດຂໍ້ສະເໜີກ່ຽວກັບການເກັບຄ່າເຂົ້າເມືອງກັບນັກທ່ອງທ່ຽວຕ່າງປະເທດທີ່ສະເໜີໂດຍຄະນະກຳມະການນະໂຍບາຍການທ່ອງທ່ຽວແຫ່ງຊາດໄທກ່ອນໜ້ານີ້ ແລະ ຈະປະຕິບັດຢ່າງເປັນທາງການນັບແຕ່ວັນທີ 1 ມິຖຸນາປີນີ້ເປັນຕົ້ນໄປ.


    ການເກັບຄ່າເຂົ້າເມືອງແມ່ນແບ່ງເປັນສອງປະເພດ ຄື: ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງໂດຍຜ່ານທາງອາກາດ ແມ່ນເກັບ 300 ບາດຕໍ່ຄົນ, ສ່ວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງໂດຍຜ່ານທາງບົກ ແລະຼ ທາງນ້ຳ, ແມ່ນເກັບ 150 ບາດຕໍ່ຄົນ.



    ກະຊວງການທ່່ອງທ່ຽວ ແລະ ກິລາໄທແຈ້ງໃຫ້ຮູ້ວ່າ, ຄ່າເຂົ້າເມືອງທີ່ຈ່າຍໂດຍນັກທ່ອງທ່ຽວຕ່າງປະເທດຈະຖືກໃຊ້ເປັນຄ່າໃຊ້ຈ່າຍໃນຫຼາຍດ້ານ ເຊັ່ນ: ຄ່າປະກັນໄພຂອງນັກທ່ອງທ່ຽວໃນໄລຍະຢູ່ໄທ, ຄ່າອະນາໄມ ແລະ ຄ່າຊຸກຍູ້ການພັດທະນາທຸລະກິດການທ່ອງທ່ຽວເປັນຕົ້ນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ