ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນຈັດການເຈລະຈາກັບທ່ານອັບດຸນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານ

2023-02-15 17:17:14 cri

 

ວັນທີ 14 ກຸມພານີ້, ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຈລະຈາກັບທ່ານໂຮແຊນ ອາເມຍ ອັບດຸນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານຢູ່ນະຄອນຫຼວງປັກກິ່ງຂອງຈີນ.

 

ທ່ານຊິນກ່າງກ່າວວ່າ: ກ່ອນໜ້ານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ດຳເນີນການເຈລະຈາກັບທ່ານເຊເຢັດ ອີບຣາຮິມ ຣາຍຊີ ປະທານາທິບໍດີອີຣານດ້ວຍຜົນສຳເລັດທີ່ເຕັມເມັດເຕັມໜ່ວຍ ເຊິ່ງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຢ່າງກວ້າງຂວາງ, ແລະໄດ້ສະໜອງທິດຊີ້ນຳດ້ານຍຸດທະສາດອັນສຳຄັນໃຫ້ແກ່ການຂະຫຍາຍການພົວພັນຈີນ-ອີຣານ, ພ້ອມທັງໄດ້ສ້າງກຳລັງຊຸກຍູ້ຢ່າງແຂງແຮງ. ຈີນຍິນດີຮ່ວມກັບອີຣານລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ເຮັດໃຫ້ການແລກປ່ຽນດ້ານວັດທະນະທຳແໜ້ນແຟ້ນຂຶ້ນກວ່າເກົ່າ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນໃໝ່ລະຫວ່າງປະມຸກລັດສອງປະເທດໃຫ້ປາກົດຜົນເປັນຈິງ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຣານໃຫ້ມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.