ພາກກາງຫວຽດນາມເກີດອຸບັດເຫດລົດໂດຍສານຕຳກັບລົດຂົນສົ່ງສິນຄ້າ ມີຜູ້ເສຍຊີວິດ 8 ຄົນ

2023-02-15 15:42:52 cri


ວັນທີ 14 ກຸມພານີ້, ຢູ່ແຂວງກວາງນາມ ພາກກາງຫວຽດນາມ, ໄດ້ເກີດອຸບັດເຫດລົດໂດຍສານຕຳກັບລົດຂົນສົ່ງສິນຄ້າຢ່າງຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ, ແລະບາດເຈັບເປັນຈຳນວນຫຼາຍ.



ຄະນະກຳມະການຮັກສາຄວາມປອດໄພດ້ານຄົມມະນາຄົມແຫ່ງຊາດຫວຽດນາມແຈ້ງໃຫ້ຮູ້ວ່າ, ອຸບັດເຫດດັ່ງກ່າວເກີດຂຶ້ນຢູ່ທາງສີ່ແຍກແຫ່ງໜຶ່ງຕາມທາງຫຼວງລະດັບແຂວງທີ່ເມືອງລຸຍໄທແຂວງກວາງນາມ, ລົດໂດຍສານ 16 ບ່ອນນັ່ງໄດ້ຕຳກັບລົດຂົນສົ່ງສິນຄ້າ, ລົດໂດຍສານປີ້ນໄປທາງຂ້າງ, ຖືກເປ່ເພຢ່າງໜັກ. ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 6 ຄົນແລະມີ 2 ຄົນເມື່ອສົ່ງຕົວເຂົ້າປິ່ນປົວຢູ່ໂຮງໝໍແລ້ວໄດ້ເສຍຊີວິດໃນເວລາຕໍ່ມາ, ນອກນັ້ນ, ຍັງມີຜູ້ບາດເຈັບອີກຫຼາຍຄົນກຳລັງໄດ້ຮັບການປິ່ນປົວຢູ່.



ປັດຈຸບັນ, ພະນັກງານປ້ອງກັນຄວາມສະຫງົບທ້ອງຖິ່ນດັ່ງກ່າວກຳລັງແກ້ໄຂວຽກງານຕ່າງໆພາຍຫຼັງເກີດເຫດ, ແລະໄດ້ເລີ່ມສືບສວນຊອກຫາສາເຫດຢ່າງລະອຽດແລ້ວ.