ສະຖານີລົດໄຟຢູ່ພາກໃຕ້ມຽນມາຖືກໂຈມຕີດ້ວຍລະເບີດເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະບາດເຈັບ 9 ຄົນ

2023-02-15 17:15:51 cri

ວັນທີ 13 ກຸມພານີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາເປີດເຜີຍໃຫ້ຮູ້ວ່າ: ສະຖານີລົດໄຟຢູ່ຕາແສງນຽງໄລປິນ ແຂວງບາໂກ ທາງພາກໃຕ້ມຽນມາໄດ້ຖືກໂຈມຕີດ້ວຍລະເບີດ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະບາດເຈັບ 9 ຄົນ.

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ເຫດການລະເບີດໄດ້ເຮັດໃຫ້ຜູ້ຊາຍ 1 ຄົນ ແລະຜູ້ຍິງ 1 ຄົນເສຍຊີວິດຄາທີ່, ສ່ວນຜູ້ບາດເຈັບ 10 ຄົນໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍໃກ້ຄຽງ, ມີຜູ້ບາດເຈັບ 1 ຄົນໄດ້ເສຍຊີວິດໃນເວລານຳສົ່ງຕົວໄປໂຮງໝໍ.

 

ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາໄດ້ເປີດເຜີຍຮູບພາບໂດຍຊີ້ໃຫ້ເຫັນວ່າ: ສະຖານີລົດໄຟໄດ້ຮັບຄວາມເສຍຫາຍຢ່າງໜັກຈາກເຫດການລະເບີດ. ເຈົ້າໜ້າທີ່ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາບອກໃຫ້ຮູ້ວ່າ: ເຫດການລະເບີດຄັ້ງນີ້ແມ່ນກໍ່ຂຶ້ນໂດຍກຸ່ມປະກອບອາວຸດ, ປັດຈຸບັນກອງທັບຮັກສາຄວາມປອດໄພກຳລັງນຳຈັບກຸ່ມປະກອບອາວຸດທີ່ກໍ່ເຫດ.