ລົດໄຟອາເມຣິກາຕົກລາງ, ໄດ້ເປີດເຜີຍສະພາບສິດທິມະນຸດຮ້າຍແຮງຂອງໃຜ

2023-02-15 22:31:27 cri

ວັນທີ 3 ກຸມພານີ້, ເມືອງນ້ອຍປາເລັສຕິນຂອງລັດໂອໄຮໂອອາເມຣິກາໄດ້ເກີດເຫດລົດໄຟຕົກລາງ ແລ້ວເຮັດໃຫ້ເກີດອັກຄີໄພ. ຕາມສື່ມວນຊົນອາເມຣິກາລາຍງານວ່າ, ມີຕູ້ລົດໄຟ 50 ຕູ້ໄດ້ຕົກລາງ, ໃນນັ້ນ, ມີ 10 ຕູ້ໄດ້ບັນທຸກວັດຖຸເຄມີທີ່ມີພິດ. ວັນທີ 6 ກຸມພານີ້, ເຈົ້າໜ້າທີ່ຮັບມືກັບສະພາບສຸກເສີນຂອງທ້ອງຖິ່ນຕົກລົງດຳເນີນການ “ລະບາຍແບບຄວບຄຸມໄດ້” ຕໍ່ອາຍພິດ, ຫຼັງຈາກນັ້ນ 3 ວັນ, ອຳນາດການປົກຄອງທ້ອງຖິ່ນໄດ້ແຈ້ງປະຊາຊົນທ້ອງຖິ່ນກັບບ້ານໄດ້ແລ້ວ ແລະ ກ່າວວ່າ, ຂະບວນລົດໄຟຕົກລາງບໍ່ໄດ້ສ້າງມົນລະພິດ. ແຕ່ເມື່ອຮອດວັນທີ 13 ກຸມພານີ້, ຄົນທັງຫຼາຍຍັງດຳລົງຊີວິດໃນສິ່ງແວດລ້ອມທີ່ມີອາຍພິດ, ສັດຕາຍຖືກພົບເຫັນຢູ່ຫຼາຍແຫ່ງຫົນ. ນີ້ຈິງເຮັດໃຫ້ວົງການພາຍນອກຮັບຮູ້ເຖິງສະພາບຮ້າຍແຮງຂອງເຫດການຄັ້ງນີ້.


ຄົນທັງຫຼາຍຢາກຮູ້ວ່າ: ເຫດການລົດໄຟຕົກລາງຈະທຳລາຍສິ່ງແວດລ້ອມເຖິງລະດັບໃດ? ລັດຖະບານອາເມຣິກາ ແລະ ບໍລິສັດລົດໄຟຈະປະຕິບັດມາດຕະການຮັບມືແນວໃດ? ແຕ່ຈົນຮອດປັດຈຸບັນ, ມາດຕະການຕ່າງໆຂອງລັດຖະບານແລະ ບໍລິສັດເຮັດໃຫ້ຄົນທັງຫຼາຍຜິດຫວັງທີ່ສຸດ.

ກ່ອນອື່ນ, ຜູ້ຊ່ຽວຊານວັດຖຸອັນຕະລາຍຂອງລັດໂອໄຮໂກວິນິດໄສວ່າ: ເຫດການຮົ່ວໄຫຼຄັ້ງນີ້ເທົ່າກັບ “ໃຊ້ວັດຖຸເຄມີທຳລາຍເມືອງນ້ອຍດັ່ງກ່າວ”. ເມື່ອ 5 ຫາ 20 ປີຜ່ານໄປແລ້ວ, ປະຊາຊົນທ້ອງຖິ່ນອາດຈະມີຫຼາຍຄົນເປັນມະເຮັງ.

ສອງ, ໃນເຫດການຕົກລາງຄັ້ງນີ້, ສື່ມວນຊົນອາເມຣິກາບໍ່ໄດ້ລາຍງານຫຼາຍປານໃດ. ພາຍໃຕ້ສະພາບການທີ່ສຸຂະພາບທາງຊີວິດ ແລະ ຄວາມປອດໄພດ້ານສິ່ງແວດລ້ອມດຳລົງຊີວິດປະສົບໄພຂົ່ມຂູ່ອັນໃຫຍ່ຫຼວງນັ້ນ, ເປັນຫຍັງ, ປະຊາຊົນທ້ອງຖິ່ນບໍ່ມີສິດຮັບຮູ້ສະພາບການພື້ນຖານ?


ນອກນີ້, ບໍລິສັດ NSC ທີ່ເກີດອຸບັດເຫດຄັ້ງນີ້ກໍບໍ່ແມ່ນທຳມະດາ. ຕາມສື່ມວນຊົນອາເມຣິກາລາຍງານວ່າ, ນັບແຕ່ສະໄໝລັດຖະບານບາຣັກ ໂອບາມາເປັນຕົ້ນມາ, ບໍລິສັດດັ່ງກ່າວກໍສຸມໃສ່ຫຼຸດຕົ້ນທຶນໃຫ້ໜ້ອຍລົງ ເພື່ອສ້າງຜົນກຳໄລຈົນສຸດຄວາມສາມາດ, ປະຕິເສດຕິດຕັ້ງລະບົບເບກ ECP ນຳລົດໄຟ. ເຫດການຄັ້ງນີ້ກໍໄດ້ເປີດເຜີຍຄວາມບົກຜ່ອງໃນຂະແໜງການດັ່ງກ່າວ.


ສະແຫວງຫາຜົນປະໂຫຍດຈົນສຸດຄວາມສາມາດເຮັດໃຫ້ສັງຄົມອາເມຣິກາເກີດເຫດການຫຍໍ້ທໍ້ປະເພດຕ່າງໆເລື້ອຍໆ, ຂາດສິນທຳທາງການເມືອງກໍໄດ້ທຳລາຍພາບພົດຂອງອາເມຣິກາ. ໃຜຈະມາເຝົ້າລະວັງຊີວິດຂອງປະຊາຊົນທຳມະດາສາມັນ, ໃຜຈະປົກປ້ອງຜົນປະໂຫຍດທາງສຸຂະພາບຂອງປະຊາຊົນ, ສຳລັບນັກການເມືອງອາເມຣິກາ, ສິດທິມະນຸດເປັນພຽງຄຳເວົ້າຊື່ໆ, ຖ້າມີອຸບັດເຫດເກີດຂຶ້ນຢູ່ອາເມຣິກາ, ພວກເຂົາຈະບໍ່ເອີ່ຍເຖິງສິດທິມະນຸດຈັກເທື່ອດອກ.