ປະທານປະເທດຈີນພົບປະເຈລະຈາກັບປະທານາທິບໍດີອີຣານ

2023-02-15 14:44:03 cri


ຕອນບ່າຍວັນທີ 14 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເຊເຢັດ ເອບຣາຮິມ ຣາຍຊີ ປະທານາທິບໍດີອີຣານທີ່ມາຢ້ຽມຢາມຈີນທາງລັດຖະກິດ ຢູ່ຫໍສະພາປະຊາຊົນຈີນ.



ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນກັບອີຣານສະໜັບສະໜູນເຊິ່ງກັນແລະກັນ, ສາມັກຄີກັນແລະປະສານສົມທົບກັນ, ຮ່ວມກັນຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19, ຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການຮ່ວມມືຕົວຈິງໄດ້ຮັບການປະຕິບັດກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ, ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ທັງສອງຝ່າຍ, ໄດ້ປົກປັກຮັກສາຄວາມຍຸຕິທຳໃນສາກົນ, ໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ມິດຕະພາບຈີນ-ອີຣານ. ຝ່າຍຈີນໄດ້ພິຈາລະນາແລະຂະຫຍາຍການພົວພັນຈີນ-ອີຣານຈາກລະດັບສູງແຫ່ງຍຸດທະສາດ, ບໍ່ວ່າສະຖານະການສາກົນແລະພາກພື້ນປ່ຽນແປງໄປແນວໃດ, ຈີນກໍຈະພັດທະນາການຮ່ວມມືດ້ວຍໄມຕີຈິດມິດຕະພາບກັບອີຣານຢ່າງບໍ່ຫວັ່ນໄຫວຄອນແຄນ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອີຣານໄດ້ຮັບການພັດທະນາໃໝ່ຢ່າງບໍ່ຢຸດຢັ້ງ.



ທ່ານຣາຍຊີກ່າວວ່າ, ອີຣານຫວັງຢາກເພີ່ມທະວີການໄປມາຫາສູ່ກັນໃນຂັ້ນຕ່າງໆກັບຈີນ, ປະຕິບັດແຜນການຮ່ວມມືຮອບດ້ານລະຫວ່າງອີຣານກັບຈີນໃຫ້ດີ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ເຊັ່ນ: ການຄ້າ, ການສ້າງພື້ນຖານໂຄງລ່າງແລະອື່ນໆ, ຍິນດີຕ້ອນຮັບວິສາຫະກິດຈີນໄປລົງທຶນຢູ່ອີຣານ, ຄອງຄອຍນັກທ່ອງທ່ຽວຈີນໄປທ່ຽວອີຣານຫຼາຍກວ່າເກົ່າ.