ມະຫາວິທະຍາໄລລັດມິຊິເກັນອາເມຣິກາເກີດເຫດຍິງກັນ ມີຜູ້ເສຍຊີວິດ 3 ຄົນ, ບາດເຈັບ 5 ຄົນ

2023-02-15 14:42:38 cri


ຕອນຄ່ຳວັນທີ 13 ກຸມພານີ້, ມະຫາວິທະຍາໄລລັດມິຊິເກັນອາເມຣິກາເກີດເຫດຍິງກັນ, ຕຳຫຼວດປະຈຳມະຫາວິທະຍາໄລດັ່ງກ່າວຢືນຢັນຜ່ານສື່ສັງຄົມອອນລາຍວ່າ, ເຫດການດັ່ງກ່າວໄດ້ພາໃຫ້ມີຜູ້ເສຍຊີວິດ 3 ຄົນ, ແລະບາດເຈັບ 5 ຄົນ.



ທ່ານນາງເອມິລີ ກຣັນດ ໂຄສົກຂອງມະຫາວິທະຍາໄລດັ່ງກ່າວກ່າວວ່າ, ເວລາ 20 ໂມງ 18 ນາທີ, ຢູ່ຫໍໃຫຍ່ແຫ່ງໜຶ່ງທາງດ້ານເໜືອຂອງມະຫາວິທະຍາໄລໄດ້ເກີດເຫດຍິງກັນກ່ອນ, ຫຼັງຈາກນັ້ນ, ສຽງປືນໄດ້ດັງຂຶ້ນຢູ່ຫໍໃຫຍ່ອີກແຫ່ງໜຶ່ງໃກ້ກັບບໍລິເວນນັ້ນ.


ຕຳຫຼວດມະຫາວິທະຍາໄລກ່າວວ່າ, ຜູ້ຕ້ອງຫາເປັນຜູ້ຊາຍຄົນໜຶ່ງ, ຍ່າງກໍ່ເຫດດ້ວຍຕົນເອງ, ປັດຈຸບັນໄດ້ເສຍຊີວິດແລ້ວ, ຫຼັກຖານແຈ້ງໃຫ້ຮູ້ວ່າ, ສາເຫດຍ້ອນປິດຊີບຕົວເອງ.