ບົດປາໄສສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບຫຼາຍບັນຫາໃຫຍ່ແລະສຳຄັນທາງດ້ານວຽກງານເສດຖະກິດຂອງຈີນໃນປັດຈຸບັນ

2023-02-16 10:27:29 cri


ວາລະສານ “ສິວຊື້” ສະບັບທີ 4 ທີ່ພິມຈຳໜ່າຍໃນວັນທີ 16 ກຸມພານີ້ໄດ້ລົງພິມພາກສ່ວນໜຶ່ງໃນບົດປາໄສສຳຄັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ທີ່ໄດ້ກ່າວໃນກອງປະຊຸມວຽກງານເສດຖະກິດຂັ້ນສູນກາງເມື່ອວັນທີ 15 ທັນວາປີ 2022 ທີ່ມີຫົວຂໍ້ວ່າ: “ຫຼາຍບັນຫາໃຫຍ່ແລະສຳຄັນທາງດ້ານວຽກງານເສດຖະກິດໃນປັດຈຸບັນ”.

ເນື້ອໃນບົດຄວາມດັ່ງກ່າວລະບຸວ່າ: ຕ້ອງສຸມກຳລັງເປີດກວ້າງຄວາມຕ້ອງການພາຍໃນປະເທດ. ຄວາມຕ້ອງການລວມບໍ່ພຽງພໍ ແມ່ນຂໍ້ຂັດແຍ້ງພົ້ນເດັ່ນທີ່ການເຄື່ອນໄຫວຂອງເສດຖະກິດໃນປັດຈຸບັນພວມປະເຊີນຢູ່. ຕ້ອງອອກແຮງປະຕິບັດຍຸດທະຍາດການເປີດກວ້າງຄວາມຕ້ອງການພາຍໃນ, ນຳໃຊ້ມາດຕະການທີ່ເຂັ້ມແຂງກວ່າເກົ່າ ເພື່ອຊຸກຍູ້ໃຫ້ການຜະລິດຄືນໃໝ່ໃນສັງຄົມບັນລຸການໝູນວຽນທີ່ດີ.

ບົດຄວາມຊີ້ອອກວ່າ: ຕ້ອງເລັ່ງສ້າງລະບົບອຸດສາຫະກຳທີ່ທັນສະໄໝ. ຈີນມີລະບົບອຸດສາຫະກຳທີ່ຄົບຊຸດທີ່ສຸດ ແລະມີຕະຫຼາດຄວາມຕ້ອງການພາຍໃນທີ່ມີກຳລັງບົ່ມຊ້ອນໃຫຍ່ທີ່ສຸດຢູ່ໃນໂລກ, ຕ້ອງຍົກສູງຄວາມເຂັ້ມແຂງແລະລະດັບຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຢ່າງແທ້ຈິງ, ເລັ່ງແກ້ໄຂຈຸດອ່ອນ ແລະເສີມຂະຫຍາຍຈຸດດີໃຫ້ກ້າວໜ້າຕື່ມອີກ.

ບົດຄວາມລະບຸຕື່ມວ່າ: ຕ້ອງອອກແຮງຫຼາຍກວ່າເກົ່າເພື່ອດຶງດູດແລະນຳໃຊ້ທຶນຕ່າງປະເທດ, ຕ້ອງຮັກສາທຶນຕ່າງປະເທດທີ່ມີຄຸນນະພາບດີແລະມີຢູ່ແລ້ວນັ້ນໄວ້ໃຫ້ໄດ້, ຕ້ອງດຶງດູດທຶນຕ່າງປະເທດທີ່ມີຄຸນນະພາບສູງໃຫ້ຫຼາຍກວ່າເກົ່າ, ພ້ອມທັງຍົກສູງຄຸນນະພາບແລະລະດັບການຮ່ວມມືດ້ານການລົງທຶນແລະການຄ້າ.

ບົດຄວາມຍັງລະບຸຕື່ມວ່າ: ຕ້ອງປ້ອງກັນແລະແກ້ໄຂຄວາມສ່ຽງດ້ານເສດຖະກິດການເງິນທີ່ໜັກໜ່ວງຢ່າງມີປະສິດທິຜົນ. ຕ້ອງຍຶດໝັ້ນແກ້ໄຂໃຫ້ເຖິງຖອງ, ແກ້ໄກ້ບັນຫາໄລຍະສັ້ນແລະໄລຍະຍາວ, ຍຶດໝັ້ນບໍ່ໃຫ້ເກີດຄວາມສ່ຽງທີ່ມີລັກສະນະເປັນລະບົບ.

ບົດຄວາມເນັ້ນໜັກຕື່ມວ່າ: ປີ 2023 ຍັງມີວຽກງານສຳຄັນຫຼາຍຢ່າງຕ້ອງເຮັດ ເຊັ່ນ: ຕ້ອງຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ປ້ອງກັນບໍ່ໃຫ້ເກີດສະພາບການກັບຄືນສູ່ຄວາມທຸກຍາກຂະໜາດໃຫຍ່ຢ່າງເດັດຂາດ. ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຫັນໄປຕາມທິດສີຂຽວ ແລະອື່ນໆ.