ປະເທດຈີນກຳເນີດມາຈາກໃສ

2023-02-16 19:56:33 CRI


    ໃນປະຫວັດສາດເປັນເວລາ 5000 ປີ, ຄຳວ່າ“ຈົ່ງກົວ”(ຈີນ) ກຳເນີດມາຈາກໃສ? ຈາກຕຳລາບູຮານ ແລະ ວັດຖຸບູຮານຈຳນວນມະຫາສານນັ້ນ, ຈະສາມາດຊອກເຫັນຕົ້ນກຳເນີດຂອງຄຳວ່າ“ຈົ່ງກົວ”(ຈີນ)ໄດ້ ບໍ່? ຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ໃນການເຄື່ອນໄຫວສຳຫຼວດວຽກງານພາຍໃນປະເທດຄັ້ງທຳອິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປຮ່ອງຮອຍບູຮານສະຖານລາຊະວົງຢິ່ນທີ່ນະຄອນອ່ານຢາງ, ໂດຍເນັ້ນໜັກວ່າ ຕ້ອງສືບຕໍ່ຖືສຳຄັນ ແລະ ເພີ່ມທະວີວຽກງານບູຮານຄະດີ, ສືບຕໍ່ລົງເລິກດຳເນີນໂຄງການຄົ້ນຫາຕົ້ນກຳເນີດຂອງອະລິຍະທຳຈີນ.


    ບູຮານຄະດີ, ບໍ່ພຽງແຕ່ໄດ້ຕອບຄຳຖາມທີ່ວ່າ “ມາຈາກໃສ, ຈະໄປຮອດໃສ” ເທົ່ານັ້ນ, ຍັງໄດ້ໃຫ້ຄຳຕອບແຫ່ງຍຸກສະໄໝຕໍ່ຄຳຖາມທີ່ວ່າ “ປະເທດຈີນກຳເນີດມາຈາກໃສ”.