ກະຊວງການຕ່າງປະເທດຈີນ: ການສົນທະນາດ້ານສິດທິມະນຸດຈີນ-ເອີຣົບຄັ້ງທີ 38 ຈະຈັດຂຶ້ນຢູ່ປະເທດແບນຊິກ

2023-02-16 16:31:14 cri

 

ວັນທີ 15 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຜ່ານການເປິກສາຫາລື, ຈີນ ແລະເອີຣົບໄດ້ຕົກລົງຈະຈັດການສົນທະນາດ້ານສິດທິມະນຸດຈີນ-ເອີຣົບຄັ້ງທີ 38 ຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກໃນມໍ່ໆນີ້, ສອງຝ່າຍຈະແລກປ່ຽນຄວາມເຫັນດ້ານຄວາມຄືບໜ້າໃນຂົງເຂດສິດທິມະນຸດ, ການຮ່ວມມືສາກົນດ້ານສິດທິມະນຸດ ແລະອື່ນໆ.


ທ່ານວ່າງເວີນປິ່ນແນະນຳໃຫ້ຮູ້ວ່າ: ການສົນທະນາຄັ້ງນີ້ໂດຍແມ່ນຫົວໜ້າກົມພົວພັນສາກົນກະຊວງການຕ່າງປະເທດຈີນພ້ອມດ້ວຍຫົວໜ້າພະແນກອາຊີປາຊີຟິກຂອງອົງການເຄື່ອນໄຫວວຽກງານກັບຕ່າງປະເທດຂອງສະຫະພາບເອີຣົບເປັນປະທານ, ແລະມີອົງການທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.


ທ່ານວ່າງເວີນປິ່ນກ່າວຕື່ມວ່າ: ຈີນຍິນດີຮ່ວມກັບບັນດາຝ່າຍເຊິ່ງລວມທັງສະຫະພາບເອີຣົບ ບົນພື້ນຖານທີ່ມີຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນ ແລະກັນ, ດຳເນີນການສົນທະນາ ແລະການຮ່ວມມືແບບສ້າງສັນດ້ານສິດທິມະນຸດ, ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນ.