ຈີນຮຽກຮ້ອງໃຫ້ລັດຖະສະພາອາເມຣິກາຍຸດຕິການກະທຳທີ່ເຮັດໃຫ້ສະພາບເຫດການມີຄວາມຮ້າຍແຮງຂຶ້ນຕື່ມ

2023-02-16 17:09:51 cri


      ຕອນຄ່ຳວັນທີ 15 ກຸມພານີ້ຕາມເວລາທ້ອງຖິ່ນ, ສະພາສູງຂອງອາເມຣິກາໄດ້ສຳຫຼວດພິຈາລະນາຮັບຮອງມະຕິສອງສະບັບໂດຍກ່າວປະນາມອັນທີ່ວ່າບາລູນສອດແນມຢູ່ອາກາດສູງຂອງຈີນໄດ້ລ່ວງລ້ຳອະທິປະໄຕຂອງອາເມຣິກາ, ແລະຮຽກຮ້ອງໃຫ້ລັດຖະບານໂຈ  ໄບເດັນ ສືບຕໍ່ລາຍງານສະພາບເຫດການຢ່າງຮອບດ້ານຕໍ່ລັດຖະສະພາກ່ຽວກັບເລື່ອງນີ້. ຕໍ່ເລື່ອງນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ມະຕິທີ່ກ່ຽວຂ້ອງຂອງລັດຖະສະພາອາເມຣິກາບໍ່ເອົາຫົວຊານຳຄວາມຈິງພື້ນຖານ, ເປັນການຄວບຄຸມທາງການເມືອງແລະການປຸກປັ່ນດ້ວຍເຈດຕະນາທີ່ບໍ່ດີ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະຕໍ່ຕ້ານຢ່າງເດັດດ່ຽວກ່ຽວກັບເລື່ອງນີ້.

 ທ່ານຫວ່າງເວີນປິ່ນຍັງກ່າວເນັ້ນວ່າ: ພວກຂ້າພະເຈົ້າຮຽກຮ້ອງຢ່າງຮຸນແຮງໃຫ້ລັດຖະສະພາອາເມຣິກາເຄົາລົບຄວາມເປັນຈິງ, ເຄົາລົບຈິດໃຈດ້ານກົດໝາຍສາກົນແລະຫຼັກການພື້ນຖານຂອງການພົວພັນສາກົນ, ຍຸດຕິການກະທຳທີ່ຜິດພາດໃນການໃສ່ຮ້າຍປ້າຍສີຈີນໃນທັນທີ, ຍຸດຕິການໃຊ້ການກະທຳທີ່ເຮັດໃຫ້ສະພາບເຫດການມີຄວາມຮ້າຍແຮງຂຶ້ນຕື່ມ.