ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳແລະການລົງທຶນ “ຈີນ + 5 ປະເທດອາຊີກາງ”

2023-02-16 17:08:52 cri

      ວັນທີ 16 ກຸມພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳແລະການລົງທຶນ “ຈີນ + 5 ປະເທດອາຊີກາງ”.

      ເນື້ອໃນສານຂອງທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ນັບແຕ່ຈີນແລະ 5 ປະເທດອາຊີກາງໄດ້ສ້າງສາຍພົວພັນທາງການທູດເປັນເວລາ 30 ກວ່າປີຜ່ານມາ, ໄດ້ສ້າງການພົວພັນຄູ່ຮ່ວມຍຸດທະສາດຕາມລຳດັບ,ໄດ້ບຸກເບີກເສັ້ນທາງອັນໃໝ່ທີ່ມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນແລະມີການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ, ໄດ້ສ້າງເປັນຕົວແບບຂອງການພົວພັນສາກົນແບບໃໝ່. ຈີນແລະ 5 ປະເທດອາຊີກາງລົງເລິກການຮ່ວມມືດ້ານອຸດສາຫະກຳແລະການລົງທຶນຈະສາມາດປົກປັກຮັກສາຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງຂອງພາກພື້ນໃຫ້ມີຄວາມໝັ້ນທ່ຽງຢ່າງເຂັ້ມແຂງ,ຍົກລະດັບການພັດທະນາດ້ານອຸດສາຫະກຳຂອງປະເທດຢູ່ໃນພາກພື້ນໃຫ້ສູງຂຶ້ນແລະການເຂົ້າຮ່ວມການພັດທະນາເສດຖະກິດຂອງໂລກ,ຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຈີນຍິນດີຮ່ວມກັບປະເທດອາຊີກາງຊົມໃຊ້ຕະຫຼາດຂະໜາດໃຫຍ່,ລະບົບອຸດສາຫະກຳທີ່ຄົບຊຸດແລະເຕັກນິກທີ່ກ້າວໜ້າທັນສະໄໝຮ່ວມກັນ,ລົງເລິກການຮ່ວມມືຕົວຈິງແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ,ຮ່ວມກັນຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຂອງພາກພື້ນ,ເພື່ອສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງທີ່ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.

      ເວທີເປິກສາຫາລືການຮ່ວມມືດ້ານອຸດສາຫະກຳແລະການລົງທຶນ “ຈີນ+5ປະເທດອາຊີກາງ” ໄດ້ໄຂຂຶ້ນຢູ່ນະຄອນຊິ່ງຕາວແຂວງຊ່ານຕຸ່ງຈີນໃນວັນທີ 16 ກຸມພານີ້ ພາຍໃຕ້ຫົວຂໍ້ “ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ,ຮ່ວມກັນຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຂອງພາກພື້ນ”, ໂດຍແມ່ນຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນ,ອົງການປົກຄອງແຂວງຊ່ານຕຸ່ງຮ່ວມກັນເປັນເຈົ້າພາບຈັດຂຶ້ນ.