ຈີນຈະນຳໃຊ້ມາດຕະການຕອບໂຕ້ວິສາຫະກິດ ແລະ ອົງການອາເມຣິກາທີ່ໄດ້ທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນຕາມກົດໝາຍ

2023-02-16 16:25:36 CRI

 

    ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 15 ກຸມພານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ບານລູນພົນລະເຮືອນບໍ່ມີຄົນຂັບຂອງຈີນຫຼົງເຂົ້າໄປໃນເຂດນ່ານຟ້າຂອງອາເມຣິກາແມ່ນເຫດການບັງເອີນຢູ່ເໜືອຄວາມຄາດໝາຍຍ້ອນສາເຫດສຸວິໄສເທື່ອໜຶ່ງ,ຈີນໄດ້ອະທິບາຍສະພາບທີ່ກ່ຽວຂ້ອງໃຫ້ອາເມຣິກາຮັບຮູ້ຫຼາຍເທື່ອແລ້ວ. ແຕ່ວ່າ ອາເມຣິກາໃຊ້ກຳລັງອາວຸດຢ່າງຊະຊາຍ, ທຳປະຕິກິລິຍາເກີນໄປ, ເຮັດໃຫ້ສະຖານະການຍົກລະດັບຂຶ້ນ ພ້ອງທັງລົງໂທດວິສາຫະກິດ ແລະ ອົງການຂອງຈີນດ້ວຍຂໍ້ອ້າງນີ້ຢ່າງຜິດກົດໝາຍ. ຈີນເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້, ຈະນຳໃຊ້ມາດຕະການຕອບໂຕ້ຕໍ່ວິສາຫະກິດ ແລະ ອົງການອາເມຣິກາທີ່ໄດ້ທຳລາຍອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນຕາມກົດໝາຍ, ເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ສິດຜົນປະໂຫຍດອັນຊອບທຳແຫ່ງຊາດລັດ.