ໃນສາຍຕາຂອງສື່ມວນຊົນອາເມຣິກາແລະຕາເວັນຕົກ, ບານລູນພົນລະເຮືອນໜ່ວຍໜຶ່ງມີ “ຄຸນຄ່າຂ່າວ” ຫຼາຍກວ່າເຫດການລົດໄຟຕົກລາງ

2023-02-16 16:52:52 CRI

ຫວ່າງກ່ອນນີ້ບໍ່ດົນ, ບານລູນທາງພົນລະເຮືອນໜ່ວຍໜຶ່ງຂອງຈີນໄດ້ປິວໄປສູ່ນ່ານຟ້າອາເມຣິກາຕາມກະແສລົມຢ່າງເໜືອຄວາມຄາດຄິດ. ທີ່ຈິງແລ້ວ, ນີ້ເປັນເລື່ອງທຳມະດາເລື່ອງໜຶ່ງ, ໂດຍອີງຕາມທຳນຽມສາກົນແລ້ວ, ຈະເປັນເຫດທີ່ປັດສະຈາກບໍ່ໄດ້. ຈີນກໍໄດ້ອະທິບາຍວ່າ, ບານລູນໜ່ວຍນີ້ເປັນບານລູນຮັບໃຊ້ທາງພົນລະເຮືອນ ໂດຍໃຊ້ເຂົ້າໃນການຕິດຕາມວັດແທກສະພາບອາກາດ ຍ້ອນບານລູນນີ້ບໍ່ມີເຄື່ອງຈັກຂັບເຄື່ອນ, ສະນັ້ນ, ມັນລອບໄປຕາມກະແສລົມ ແລະ ເຂົ້າສູ່ນ່ານຟ້າອາເມຣິກາຈິ່ງເປັນເຫດການທີ່ເໜືອຄວາມຄາດຄິດ.


ແຕ່ອາເມຣິກາພັດມີປະຕິກິລິຍາຕອບໂຕ້ຮຸນແຮງທີ່ສຸດຕໍ່ເລື່ອງນີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທຳອິດຢາກເດີນທາງມາຢ້ຽມຢາມຈີນ ແຕ່ຍົກເລີກຄວາມຄິດຢາກດັ່ງກ່າວຍ້ອນເລື່ອງນີ້, ຂະນະທີ່ສື່ມວນຊົນອາເມຣິກາຍິ່ງມີການວິພາກວິຈານຢ່າງຫຼວງຫຼາຍໂດຍລາຍງານວ່າ, ນີ້ແມ່ນບານລູນສອດແນມຂອງຈີນ, ໃນທີ່ສຸດ, ອາເມຣິກາໄດ້ໃຊ້ເຮືອບິນສູ້ຮົບຍິງຂີປະນາວຸດໃສ່ບານລູນໃຫ້ຕົກລົງມາ. ພາຍຫຼັງຍິງບານລູນຈີນລົງມາແລ້ວ, ກອງທັບອາກາດອາເມຣິກາຄືໄດ້ຕິດແງ້ນແລ້ວ, ໄດ້ຍິງ “ວັດຖຸບິນປິດສະໜາ” 3 ອັນລົງມາໃນ 3 ມື້ລຽນຕິດ. ໃນຂະນະດຽວກັນ, ລັດຖະບານ ແລະ ສື່ມວນຊົນອາເມຣິກາໄດ້ເຫີ່ເຫີມປັ່ນຂ່າວ “ບານລູນ” ເປັນພິເສດ, ເຮັດໃຫ້ເຫດການດັ່ງກ່າວກາຍເປັນເຫດການພົ້ນເດັ່ນໃນສາກົນ.


“ຖ້າທ່ານຢາກຊອກຫາການລາຍງານຂ່າວກ່ຽວກັບເຫດລະເບີດທໍ່ສົ່ງແກັສທຳມະຊາດນອດສະຕຣິມຢູ່ຕາມສື່ມວນຊົນອາເມຣິກາເໜືອ, ທ່ານຈະຜິດຫວັງທີ່ສຸດ.” ເມື່ອບໍ່ດົນມານີ້, ທ່ານຊີມົວ ເຮິສ ນັກຂ່າວທີ່ມີຊື່ສຽງຂອງອາເມຣິກາໄດ້ເປີດເຜີຍເຫດລະເບີດທີ່ສົ່ງແກັສທຳມະຊາດຈາກຣັດເຊຍສູ່ເຢຍລະມັນ ແມ່ນລັດຖະບານອາເມຣິກາເປັນຜູ້ຢູ່ເບື້ອງຫຼັງ ເຊິ່ງໄດ້ເຮັດໃຫ້ໂລກຕົກຕະລຶງນຳ. ແຕ່ເພື່ອປະເຊີນໜ້າກັບຂ່າວເດັ່ນແບບນີ້, ສື່ມວນຊົນຕົ້ນຕໍຂອງອາເມຣິກາແລະຕາເວັນຕົກ ພັດບໍ່ໄດ້ລາຍງານຂ່າວເຫດການນີ້ເລີຍ.


ໂດຍທົ່ວໄປແລ້ວ, ທໍ່ສົ່ງແກັສທຳມະຊາດ “North stream” ເປັນສິ່ງກໍ່ສ້າງພື້ນຖານໂຄງລ່າງຂ້າມຊາດທີ່ສຳຄັນ ຈາກຣັດເຊຍໄປຫາເຢຍລະມັນ ໂດຍຜ່ານທະເລບານຕິກ. ເຫດລະເບີດທີ່ເກີດຂຶ້ນໃນທ້າຍເດືອນກັນຍາປີຜ່ານມາ, ບໍ່ພຽງແຕ່ໄດ້ສ້າງຄວາມກົດດັນອັນໃຫຍ່ຫຼວງໃຫ້ແກ່ການສະໜອງແກັສທຳມະຊາດຂອງເຢຍລະມັນ ກໍຄືເອີຣົບເທົ່ານັ້ນ, ຫາກຍັງໄດ້ສ້າງຜົນກະທົບທາງລົບອັນໜັກໜ່ວງຕໍ່ຕະຫຼາດພະລັງງານ ແລະ ຕໍ່ລະບົບນິເວດຂອງທົ່ວໂລວອີກດ້ວຍ, ການທຳລາຍສິ່ງກໍ່ສ້າງພົນລະເຮືອນດັ່ງກ່າວ, ສາມາດເວົ້າໄດ້ວ່າ: ເປັນການກະທຳແບບລັດທິກໍ່ການຮ້າຍທີ່ທຳລາຍເສດຖະກິດ ແລະ ສິ່ງແວດລ້ອມ, ໃນໄລຍະຕົ້ນຂອງການເກີດເຫດ, ສື່ມວນຊົນຕ່າງໆຂອງຕາເວັນຕົກໄດ້ລາຍງານຂ່າວເປັນຈຳນວນຫຼວງຫຼາຍ, ຫຼາຍສື່ໄດ້ແນປາຍຫອກໃສ່ຣັດເຊຍ ໂດຍກ່າວວ່າ ຣັດເຊຍເປັນຜູ້ຢູ່ເບື້ອງຫຼັງຂອງການກໍ່ເຫດ. ແຕ່ວ່າເມື່ອຮອດເວລານີ້, ມີເນື້ອໃນລະອຽດຕ່າງໆຖືກເຜີຍແຜ່ອອກມາ ໂດຍຊີ້ບອກແຕ່ສື່ເຫຼົ່ານີ້ພັດເຮັດແບບປິດຫູປິດຕາ, ບໍ່ໄດ້ລາຍງານຂ່າວຢ່າງຄັກແນ່ວ່າ: ອາເມຣິກາເປັນມືມືດຜູ້ຢູ່ເບື້ອງຫຼັງເຫດການນີ້ເລີຍ.


ໃນໄລຍະມໍ່ໆມານີ້, ອາເມຣິກາຍັງໄດ້ເກີດເຫດການລົດໄຟຕົກລາງ, ເຮັດໃຫ້ສານພິດເຄມີຮົ່ວໄຫຼ ແລະ ທຳລາຍສິ່ງແວດລ້ອມທຳມະຊາດເປັນບໍລິເວນກວ້າງ. ແຕ່ສື່ມວນຊົນອາເມຣິກາກໍບໍ່ໄດ້ສົນໃຈນຳເລື່ອງນີ້ປານໃດ, ພັດຍັງເຫີ່ການລາຍງານຂ່າວ “ບານລູນຈີນ” ແບບບໍ່ສຸດສ້ຽງ.


ສື່ມວນຊົນຕາເວັນຕົກທີ່ກ່າວອ້າງເສລີພາບ, ມືອາຊີບ ແລະ ທ່ຽງທຳມາໂດຍຕະຫຼອດນັ້ນ, ໄດ້ປັ່ນຂ່າວ “ບານລູນຈີນ” ໃຫ້ສູງກວ່າລະດັບຄວາມສູງຂອງການລອຍຢູ່ອາກາດຂອງໂຕບານລູນ, ແຕ່ເຫດລະເບີດຂອງທໍ່ສົ່ງແກັສທຳມະຊາດ “North stream” ແລະ ເຫດການລົດໄຟຕົກລາງ ທີ່ໄດ້ທຳລາຍສິ່ງແວດລ້ອມທຳມະຊາດເປັນບໍລິເວນກວ້າງ ແລະ ໄດ້ທຳລາຍສຸຂະພາບຮ່າງກາຍຂອງຄົນທ້ອງຖິ່ນ, ເຂົາເຈົ້າພັດປິດປາກມິດງຽບໄປໝົດ. ບັດນີ້ຈະເຫັນໄດ້ວ່າ: ແມ່ນໃຜລະໄດ້ຫຼິ້ນເລ່ລ່ຽມເພື່ອຫັນເຫສາຍຕາຂອງຄົນທັງຫຼາຍ?!