ກຳປູເຈຍຈະດຳເນີນການສຳຫຼວດສະຖິຕິກະສິກຳທົ່ວປະເທດ

2023-02-16 16:32:33 cri

ວັນທີ 15 ກຸມພານີ້, ອີງຕາມກະຊວງແຜນການກຳປູເຈຍແຈ້ງໃຫ້ຮູ້ວ່າ: ກຳປູເຈຍຈະດຳເນີນການສຳຫຼວດສະຖິຕິກະສິກຳທົ່ວປະເທດ, ຂໍ້ມູນສະຖິຕິທີ່ເກັບກຳໄດ້ຈາກການສຳຫຼວດຈະຖືເປັນຕົວຊີ້ວັດທີ່ສຳຄັນໃນການຈັດວາງນະໂຍບາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.


ກະຊວງແຜນການກຳປູເຈຍຢືນຢັນວ່າ: ຂໍ້ມູນຫຼ້າສຸດທີ່ເກັບກຳໄດ້ຈາກການສຳຫຼວດສະຖິຕິກະສິກຳຈະຖືກນຳໃຊ້ໂດຍລັດຖະບານ ເພື່ອຈັດວາງແຜນການແລະນະໂຍບາຍ, ລວມທັງຕົວຊີ້ວັດການປະເມີນຜົນຂອງແຜນການແລະນະໂຍບາຍການພັດທະນາເສດຖະກິດສັງຄົມ, ແຜນການພັດທະນາຍຸດທະສາດແຫ່ງຊາດ, ຍຸດທະສາດການລຶບລ້າງຄວາມທຸກຍາກ ແລະເປົ້າໝາຍການພັດທະນາແບບຍືນຍົງຂອງກຳປູເຈຍລະຫວ່າງປີ 2016-2030.


ຕາມເຈົ້າໜ້າທີ່ລັດຖະບານກຳປູເຈຍເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນນີ້ ກະຊວງແຜນການກຳປູເຈຍພວມກະກຽມຂັ້ນຕອນສຸດທ້າຍ ເພື່ອດຳເນີນການສຳຫຼວດສະຖິຕິກະສິກຳທົ່ວປະເທດໃນໄວໆນີ້.