ໄທຈະດຳເນີນການເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບຄືນໃໝ່

2023-02-16 17:10:45 cri

ເວັບໄຊລັດຖະບານໄທແຈ້ງຂ່າວວ່າ, ວັນທີ 14 ກຸມພານີ້, ລັດຖະບານໄທໄດ້ອະນຸມັດຂໍ້ສະເໜີຂອງກະຊວງການຄ້າໄທ, ຈະເລີ່ມຕົ້ນຂະບວນການດຳເນີນການເຈລະຈາສັນຍາການຄ້າເສລີກັບສະຫະພາບເອີຣົບຄືນໃໝ່.


ລັດຖະບານໄທເຫັນວ່າ, ສະຫະພາບເອີຣົບແມ່ນເຂດເສດຖະກິດຂະໜາດໃຫຍ່ທີ່ມີກຳລັງບົ່ມຊ້ອນ, ການດຳເນີນການເຈລະຈາສັນຍາການຄ້າເສລີກັບສະຫະພາບຄືນໃໝ່ ແມ່ນວຽກງານອັນສຳຄັນທີ່ຄວນເລັ່ງຈັດຕັ້ງປະຕິບັດ, ເຊິ່ງມີຜົນດີຕໍ່ການຊຸກຍູ້ຜົນປະໂຫຍດລວມຂອງໄທ, ເພີ່ມທະວີໂອກາດດ້ານການຄ້າແລະການລົງທຶນຂອງໄທ.


ສະຫະພາບເອີຣົບແມ່ນຄູ່ການຄ້າໃຫຍ່ອັນດັບ 4 ຂອງໄທ, ປັດຈຸບັນ, ຜະລິດຕະພັນທີ່ໄທສົ່ງອອກໄປສະຫະພາບເອີຣົບນັ້ນ ຕົ້ນຕໍລວມມີ: ອຸປະກອນແລະເຄື່ອງອາໄຫຼ່ຄອມພິວເຕີ, ເພັດນິນຈິນດາ, ແອເຢັນແລະເຄື່ອງອາໄຫຼ່ແອເຢັນ, ຜະລິດຕະພັນຢາງພາລາ, ອາຫານແລະອື່ນໆ, ສ່ວນຜະລິດຕະພັນທີ່ໄທນຳເຂົ້າຈາກສະຫະພາບເອີຣົບນັ້ນ ຕົ້ນຕໍແມ່ນເຄື່ອງຈັກແລະເຄື່ອງອາໄຫຼ່ຂອງເຄື່ອງຈັກ, ຢາປົວພະຍາດ, ຜະລິດຕະພັນເຄມີແລະອື່ນໆ.