ປະທານາທິບໍດີຝຣັ່ງພົບປະກັບທ່ານຫວາງຢີ້

2023-02-16 17:10:24 CRI

    ວັນທີ 15 ກຸມພານີ້, ທ່ານແອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ພົບປະກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນຢູ່ທີ່ວັງເອລີເຊນະຄອນຫຼວງປາຣີ.



    ທ່ານຫວາງຢີ້ກ່າວວ່າ, ຈີນຖືຝຣັ່ງເປັນຄູ່ຮ່ວມມືບຸລິມະສິດມາໂດຍຕະຫຼອດ, ຍິນດີຮ່ວມກັບຝຣັ່ງເພີ່ມການໄປມາຫາສູ່ກັນລະດັບສູງຕື່ມອີກ, ເປີດອະນາຄົດໃໝ່ຂອງການພົວພັນຈີນ ກັບ ຝຣັ່ງ,ປະກອບສ່ວນໃໝ່ເພື່ອຊຸກຍູ້ການຮ່ວມມືສາກົນ ແລະ ຮັບມືກັບສິ່ງທ້າທາຍໃນທົ່ວໂລກ.

 

    ທ່ານແອມມານູແອນ ມາຄຣົງກ່າວວ່າ, ຝຣັ່ງໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນ, ເຫັນວ່າ ຝຣັ່ງ ກັບ ຈີນເພີ່ມທະວີການສົນທະນາດ້ານຍຸດທະສາດມີຄວາມໝາຍສຳຄັນ. ໂດຍຜະເຊີນໜ້າກັບສະພາບການສາກົນທີ່ນັບມື້ນັບສັບສົນ, ຝຣັ່ງແລະ ຈີນຄວນພ້ອມກັນສຸມກຳລັງເພື່ອຮັກສາສະຖຽນລະພາບ ແລະ ຄວາມດຸນດຽງ, ຍຶດໝັ້ນລັດທິຫຼາຍຝ່າຍ, ຄັດຄ້ານການເປັນປໍລະປັກລະຫວ່າງຝ່າຍ, ຫຼີກເວັ້ນບໍ່ໃຫ້ໂລກແບ່ງແຍກ. ຝຣັ່ງຫວັງຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ຊີວະນານາພັນແລະ ການປົກປັກຮັກສາທະເລເປັນຕົ້ນ.