ໜ່ວຍກູ້ໄພຈີນໄດ້ສຳເລັດວຽກງານກູ້ໄພຢູ່ຕູຣາເຄຍຢ່າງຈົບງາມແລະເດີນທາງກັບຄືນປະເທດ

2023-02-17 15:48:06 cri

 

ເວລາ 12 ໂມງຂອງວັນທີ 16 ກຸມພານີ້, ໜ່ວຍກູ້ໄພຈີນໄດ້ຖອນອອກຈາກຄ້າຍຢູ່ສະໜາມກິລາຮາທາອີຂອງປະເທດຕູຣາເຄຍ ໂດຍໄດ້ເອົາອາຫານ, ນ້ຳດື່ມ, ຜ້າເຕັ້ນຈຳນວນໜຶ່ງ ແລະເຄື່ອງໃຊ້ປະຈຳວັນອື່ນໆ, ພ້ອມທັງອຸປະກອນການແພດທັງໝົດໄວ້ຢູ່ເຂດປະສົບໄພ.

 

ພາຍຫຼັງໜ່ວຍກູ້ໄພຈີນໄດ້ເດີນທາງໄປຮອດເຂດປະສົບໄພໃນວັນທີ 8 ກຸມພານີ້, ໄດ້ປະຕິບັດໜ້າທີ່ຄົ້ນຫາ ແລະກູ້ໄພຢູ່ແຂວງຮາທາອີເຊິ່ງເປັນໜຶ່ງໃນເຂດປະສົບໄພຮ້າຍແຮງທີ່ສຸດ ຕາມຂອບເຂດທີ່ສະເໝີໂດຍຝ່າຍຕູຣາເຄຍ. ໃນໄລຍະປະຕິບັດໜ້າທີ່ກູ້ໄພ, ໜ່ວຍກູ້ໄພຈີນພະຍາຍາມຊອກຫາຜູ້ລອດຊີວິດໂດຍບໍ່ໄດ້ປະຖິ້ມຄວາມຫວັງ, ໄດ້ສົ່ງນັກກູ້ໄພທັງໝົດ 308 ເທື່ອຄົນ, ຄົ້ນຫາຢູ່ສິ່ງກໍ່ສ້າງ 87 ແຫ່ງ, ກວດກາເນື້ອທີ່ຫຼາຍກວ່າ 700.000 ຕາແມັດ, ກອບກູ້ຜູ້ປະສົບໄພທີ່ລອດຊີວິດໄດ້ 6 ຄົນ ແລະຄົ້ນພົບຜູ້ເສຍຊີວິດ 11 ຄົນ.

 

ວຽກງານກູ້ໄພຂອງຝ່າຍຈີນໄດ້ຮັບການຕີລາຄາເປັນຢ່າງສູງຈາກຝ່າຍຕູຣາເຄຍ. ວັນທີ 16 ກຸມພານີ້, ໃນເວລາລັດຖະບານຕູຣາເຄຍຈັດພິທີສົ່ງໜ່ວຍກູ້ໄພຈີນ, ຜູ້ປະສານງານພາກພື້ນຂອງກະຊວງການຕ່າງປະເທດຕູຣາເຄຍກ່າວວ່າ: ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງໜ່ວຍກູ້ໄພຈີນທີ່ໄດ້ເຮັດວຽກຊ່ວຍເຫຼືອຢ່າງດຸໝັ່ນອົດທົນ. ຄວາມພະຍາຍາມຂອງໜ່ວຍກູ້ໄພຈີນຈະຊຸກຍູ້ການພັດທະນາສາຍພົວພັນຂອງສອງປະເທດ.