ປະທານາທິບໍດີອີຣານກ່າວວ່າ ການຢ້ຽມຢາມຈີນໄດ້ຮັບຜົນສຳເລັດຢ່າງຈົບງາມ

2023-02-17 16:56:11 CRI


ວັນທີ 16 ກຸມພາ 2023, ທ່ານເຊອິດ ອີບຣາຮິມ ໄຣຊີ ປະທານາທິບໍດີອີຣານກ່າວວ່າ, ການຢ້ຽມຢາມຈີນທາງລັດຖະກິດຂອງທ່ານ ໄດ້ຮັບຜົນສຳເລັດທີ່ສຸດ ແລະ ມີໝາກຜົນຢ່າງຈົບງາມ.


ເວັບໄຊປະທານາທິບໍດີອີຣານແຈ້ງຂ່າວວ່າ, ທ່ານໄຣຊີໄດ້ໃຫ້ທັດສະນະດັ່ງກ່າວໃນເວລາ ສະຫຼຸບຜົນການຢ້ຽມຢາມຄັ້ງນີ້ຕໍ່ສື່ມວນຊົນຫຼັງຈາກກັບຄືນນະຄອນຫຼວງເຕເຮລານໃນວັນທີ 16 ກຸມພາ 2023. ທ່ານໄຣຊີກ່າວວ່າ, ໃນໄລຍະຢ້ຽມຢາມຈີນ, ທ່ານໄດ້ພົບປະເຈລະຈາກັບຜູ້ນຳຈີນ, ຈາກລະດັບຍຸດທະສາດໃນການແລກປ່ຽນລະຫວ່າງສອງປະເທດເຮັດໃຫ້ການພົບປະມີຄວາມໝາຍທາງຍຸດທະສາດ, ສິ່ງນີ້ໄດ້ເຮັດໃຫ້ສອງຝ່າຍເປິກສາຫາລືກັນກ່ຽວກັບບັນຫາທີ່ມີຄວາມສົນໃຈຮ່ວມກັນ.


ທ່ານກ່າວຕື່ມວ່າ, ນະໂຍບາຍການຕ່າງປະເທດຂອງອີຣານແມ່ນການສ້າງຄວາມໄວ້ເນື້ອເຊື່ອໃຈກັນກັບປະເທດໃກ້ຄຽງ, ແລະ ເຊື່ອມໂຍງດ້ານເສດຖະກິດກັບບັນດາປະເທດໃນອາຊີ. “ປະເທດຈີນແມ່ນໜຶ່ງໃນກຸ່ມເສດຖະກິດໃຫຍ່ທີ່ສຸດຂອງໂລກ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນເວທີການຄ້າຂອງອາຊີ ກໍຄືຂອງສາກົນ. ການຢ້ຽມຢາມຄັ້ງນີ້ມີຄວາມສຳຄັນຕໍ່ອີຣານໃນການເສີມຂະຫຍາຍບົດບາດທີ່ມີປະສິດທິຜົນຕໍ່ເສດຖະກິດຂອງພາກພື້ນ ກໍຄືຂອງໂລກ.” ນອກນີ້, ສອງປະເທດຍັງຈະເພີ່ມທະວີການຮ່ວມມືໃນອົງການຈັດຕັ້ງສາກົນຕື່ມອີກ.