ກຸ່ມນັກທ່ອງທ່ຽວຈີນກັບຄືນມາສົ່ງເສີມການທ່ອງທ່ຽວຂອງໄທ

2023-02-17 14:38:40 CRI

    ອີງຕາມຕົວເລກຈາກສະຖາບັນຄົ້ນຄວ້າຂອງໄທສະແດງໃຫ້ເຫັນວ່າ, ໃນໄລຍະພະຍາດໂຄວິດ-19 ແພ່ລະບາດ, ແຮງງານໃນຂະແໜງການທ່ອງທ່ຽວຂອງໄທໄດ້ອອກຈາກວຽກປະມານ 3 ລ້ານຄົນ, ເພື່ອແກ້ໄຂບັນຫາຂາດເຂີນແຮງງານຫຼັງຈາກການທ່ອງທ່ຽວຟື້ນຟູຄືນ, ວິສາຫະກິດທີ່ກ່ຽວຂ້ອງຂອງໄທດ້ານໜຶ່ງໄດ້ຕັ້ງໜ້າຮຽກພະນັກງານເກົ່າກັບຄືນມາເຮັດວຽກ, ອີກດ້ານໜຶ່ງໄດ້ສຸມໃສ່ອົບຮົມໃຫ້ວິຊາການໃໝ່. ນັກທ່ອງທ່ຽວ ແລະ ກຸ່ມນັກທ່ອງທ່ຽວຂອງຈີນໄດ້ກັບຄືນມາເຮັດໃຫ້ການທ່ອງທ່ຽວຂອງໄທເຕັມໄປດ້ວຍຄວາມໝັ້ນໃຈຂອງແຮງງານທີ່ຈະກັບຄືນມາເຮັດວຽກ.



     ເນື່ອງຈາກທາງການຂອງໄທໄດ້ຄາດຄະເນຈຳນວນນັກທ່ອງທ່ຽວສາກົນລ່ວງໜ້າເຮັດໃຫ້ຜູ້ປະກອບການທ່ອງທ່ຽວມີເວລາພຽງພໍເພື່ອດຳເນີນການກະກຽມ. ປັດຈຸບັນ, ຂະແໜງການທ່ອງທ່ຽວທີ່ກ່ຽວຂ້ອງຂອງໄທພວມເລັ່ງຊຸກຍູ້ໃຫ້ແຮງງານກັບຄືນມາເຮັດວຽກ ແລະ ອົບຮົມໃຫ້ແຮງງານໃໝ່ໃນດ້ານການຂັບລົດ ແລະ ຄວາມຮູ້ດ້ານພາສາຕ່າງປະເທດເປັນຕົ້ນ ເພື່ອຮັບປະກັນຄຸນນະພາບດ້ານການບໍລິການໃຫ້ສາມາດຕາມສະໜອງກັບການກັບຄືນມາຂອງນັກທ່ອງທ່ຽວຢ່າງວ່ອງໄວ.