ກະຊວງການຄ້າຈີນໃຫ້ທັດສະນະກ່ຽວກັບເລື່ອງທີ່ອາເມຣິກາຫ້າມວິສາຫະກິດອາເມຣິກາລົງທຶນກັບວິສາຫະກິດຈີນ: ບໍ່ມີຜົນດີຕໍ່ທົ່ວໂລກ

2023-02-17 15:47:13 cri

 

ບາງສື່ມວນຊົນຕ່າງປະເທດໄດ້ລາຍງານວ່າ: ລັດຖະບານອາເມຣິກາຈະຫ້າມວິສາຫະກິດອາເມຣິກາລົງທຶນກັບບາງວິສາຫະກິດຈີນ. ວັນທີ 16 ກຸມພານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຄ້າຈີນ,ທ່ານນາງ ຊູ້ເຈຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ການກະທຳແບບນີ້ຈະທຳລາຍກົດລະບຽບຂອງຕະຫຼາດ ແລະລະບຽບການສາກົນດ້ານເສດຖະກິດການຄ້າ, ສ້າງຄວາມເສຍຫາຍໃຫ້ແກ່ວິສາຫະກິດ ແລະນັກລົງທຶນ, ບໍ່ມີຜົນດີຕໍ່ຈີນ ແລະອາເມຣິກາ,ພ້ອມທັງບໍ່ມີຜົນດີຕໍ່ທົ່ວໂລກ.

 

ກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນສະຖິຕິໂດຍຊີ້ໃຫ້ເຫັນວ່າ: ໃນປີ 2022ຜ່ານມາ, ຈີນໄດ້ນຳໃຊ້ທຶນຕ່າງປະເທດບັນລຸເຖິງ 1.232,68 ຕື້ຢວນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ ປີ 2021, ແຫຼ່ງການລົງທຶນຕົ້ນຕໍໄດ້ເພີ່ມຂຶ້ນໂດຍທົ່ວໄປ.

 

ໂຄສົກກະຊວງການຄ້າຈີນກ່າວຕື່ມວ່າ: ຈີນຈະເປີດປະຕູສູ່ພາຍນອກໃຫ້ກວ້າງຂວາງກວ່າເກົ່າ. ພວກເຮົາຈະສືບຕໍ່ສ້າງສະພາບແວດລ້ອມການດຳເນີນທຸລະກິດຕາມຫຼັກການຕະຫຼາດ, ຄຸ້ມຄອງງຕາມກົດໝາຍ ແລະຫັນເປັນແບບສາກົນ, ຍິນດີຕ້ອນຮັບວິສາຫະກິດຂອງບັນດາປະເທດລວມທັງວິສາຫະກິດອາເມຣິກາເຂົ້າມາລົງທຶນຢູ່ຈີນ ແລະແບ່ງປັນຜົນການພັດທະນາ.