ກະຊວງການຄ້າຈີນ: ໂຄງປະກອບເສດຖະກິດຈີນ-ອາເມຣິກາຊ່ວຍຊູຍູ້ໜູນກັນ, ການຮ່ວມມືດ້ານເສດຖະກິດການຄ້າເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

2023-02-17 15:46:22 cri

 

ວັນທີ 16 ກຸມພານີ້, ກະຊວງການຄ້າຈີນຈັດກອງປະຊຸມຖະແຫຼງຂ່າວເທື່ອທີ 2 ໃນເດືອນກຸມພານີ້, ທ່ານນາງ ຊູ້ເຈຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະອາເມຣິກາແມ່ນພົວພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນສອງປະເທດ, ມີບົດບາດທີ່ສຳຄັນໃນການເພີ່ມທະວີການເຕີບໂຕຂອງເສດຖະກິດໂລກ, ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສະໜອງກາລະໂອກາດໃຫ້ໂລກດ້ວຍການພັດທະນາຂອງຕົນ.

 

ກະຊວງການຄ້າຈີນໄດ້ໃຫ້ຮູ້ວ່າ: ອີງຕາມຂໍ້ມູນສະຖິຕິຂອງຈີນ ແລະອາເມຣິກາໃນປີ 2022 ໄດ້ຊີ້ໃຫ້ເຫັນວ່າ: ມູນຄ່າການຄ້າຈີນ-ອາເມຣິກາໄດ້ສ້າງສະຖິຕິສູງຄັ້ງໃໝ່, ມີຄວາມເຂັ້ມແຂງຫຼາຍສົມຄວນ, ເຊິ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ໂຄງປະກອບເສດຖະກິດຂອງຈີນ ແລະອາເມຣິກາມີຄວາມຊ່ວຍຊູຍູ້ໜູນກັນຫຼາຍ, ການຮ່ວມມືດ້ານເສດຖະກິດການຄ້າເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ໂຄສົກກະຊວງການຄ້າຈີນກ່າວຕື່ມວ່າ: ພວກເຮົາໄດ້ຮັບຮູ້ວ່າ, ເມື່ອບໍ່ດົນມານີ້, ສະພາການຄ້າອາເມຣິກາປະຈຳຢູ່ຈີນໄດ້ຊີ້ໃຫ້ເຫັນວ່າ: ເວົ້າສຳລັບວິສາຫະກິດອາເມຣິກາແລ້ວ, ຕະຫຼາດຈີນບໍ່ແມ່ນທາງເລືອກແຕ່ແມ່ນທາງທີ່ຕ້ອງເລືອກ, ສະພາການຄ້າອາເມຣິກາຈະຮ່ວມກັບບັນດາສະມາຊິກວິສາຫະກິດກຳແໜ້ນໂອກາດການພັດທະນາອັນໃໝ່. ຄະນະກຳມະການການຄ້າອາເມຣິກາ-ຈີນເຊື່ອໝັ້ນວ່າ: ການເຊື່ອມຕໍ່ກັນລະຫວ່າງອາເມຣິກາ ແລະຈີນ ຈຶ່ງແມ່ນຍຸດທະສາດທີ່ດີເພື່ອສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດ, ຈີນຈະຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສະໜອງກາລະໂອກາດໃຫ້ກັບໂລກດ້ວຍການພັດທະນາຂອງຕົນ.