“ອຸດສາຫະກຳການຜະລິດຂອງຈີນ” ກັບການຊ່ວຍເຫຼືອຫຼັງຕູຣາເຄຍເກີດແຜ່ນດິນໄຫວ

2023-02-17 16:17:53 cri

ວັນທີ 6 ກຸມພາ 2023, ຢູ່ພາກໃຕ້ຂອງຕູຣາເຄຍທີ່ຢູ່ໃກ້ເຂດຊາຍແດນຕິດກັບຊີຣີໄດ້ເກີດແຜ່ນດິນໄຫວຢ່າງຮຸນແຮງ, ສົ່ງຜົນເຮັດໃຫ້ຕູຣາເຄຍ ແລະ ຊີຣີມີຜູ້ເສຍຊີວິດຫຼາຍກວ່າ 3,3 ໝື່ນຄົນ.

ການເຄື່ອນໄຫວກູ້ໄພຫຼັງໄພພິບັດແມ່ນວຽກງານຮີບດ່ວນທີ່ສຸດ. ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງລັດຖະບານຕູຣາເຄຍ, ປະເທດຈີນໄດ້ສົ່ງໜ່ວຍກູ້ໄພຫຼາຍໜ່ວຍໄປເຂດປະສົບໄພ. ສະພາກາແດງຈີນກໍໄດ້ສະໜອງເຄື່ອງໃຊ້ໃນການດຳລົງຊີວິດລວມທັງຕູບຜ້າເຕັ້ນ, ຖົງບັນເທົາທຸກ, ເສື້ອກັນໜາວ ແລະອຸປະກອນການແພດອື່ນໆໃຫ້ເຂດປະສົບໄພຊີຣີທີ່ຕ້ອງການດ່ວນ.

ຢູ່ສະຖານທີ່ກູໄພຂອງຕູຣາເຄຍ, ໜ່ວຍກູ້ໄພຈາກປະເທດຈີນໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ແລະອອກແຮງຢ່າງສຸດຂີດເພື່ອກອບກູ້ຊີວິດຜູ້ປະສົບໄພ, ສ່ວນອຸປະກອນຕ່າງໆຈາກຈີນກໍໄດ້ສະແດງຄວາມສາມາດຂອງຕົນເຊັ່ນກັນໃນການກູ້ໄພຄັ້ງນີ້.

ໂດຍຜ່ານການຈຳແນກ ແລະ ວິເຄາະຂໍ້ມູນຂອງເຂດປະສົບໄພແຜ່ນດິນໄຫວທີ່ດາວທຽມເກັບໄດ້ຈາກທາງໄກດ້ວຍປັນຍາປະດິດຂອງລະບົບ “ໜ່ວຍໂລກຊິນຮວາ” ຂອງຈີນ, ຈຳນວນ ແລະ ເນື້ອທີ່ຂອງສິ່ງກໍ່ສ້າງທີ່ຖືກທຳລາຍຢູ່ເຂດໃກ້ກັບໃຈກາງຂອງແຜ່ນດິນໄຫວໄດ້ສະແດງອອກມາໃຫ້ເຫັນໄດ້ຢ່າງຈະແຈ້ງ.

ຕອນກາງຄືນຢູ່ສະຖານທີ່ກູ້ໄພ, ໄດ້ມີ “ດາວ” ດວງໜຶ່ງໄດ້ເຮັດໃຫ້ກາງຄືນຂອງເຂດປະສົບໄພແຈ້ງຂຶ້ນ, ເຊິ່ງໄດ້ຍືດເວລາ ແລະ ສ້າງຄວາມສະດວກໃຫ້ແກ່ການກູ້ໄພ. “ດາວ” ດວງນີ້ກໍຄືເຮືອບິນບໍ່ມີຄົນຂັບສຳລັບເຍືອງແສງສະຫວ່າງທີ່ຜະລິດຢູ່ແຂວງເຈິ້ຈ່ຽງຂອງຈີນ. ຕາມຂ່າວແຈ້ງວ່າ, ເຮືອບິນບໍ່ມີຂົນຂັບຊະນິດນີ້ມີລັກສະນະພິເສດຫຼາຍຢ່າງຄື: ມີລະດັບຄວາມສະຫວ່າງກວ້າງ, ແບັດເຕີຣີໃຊ້ໄດ້ດົນ, ຄວບຄຸມງ່າຍ, ເໝາະກັບການກູ້ໄພ, ແລະການກໍ່ສ້າງໂຄງການໃນຍາມກາງຄືນ.

ໂຮງງານໄຟຟ້າຖ່ານຫີນ Hunutlu ທີ່ປະເທດຈີນຊ່ວຍສ້າງຂຶ້ນໃນຕູຣາເຄຍຕັ້ງຢູ່ເຂດສູນກາງຂອງແຜ່ນດິນໄຫວເທື່ອນີ້, ພາຍຫຼັງເກີດແຜ່ນດິນໄຫວທີ່ຮຸນແຮງຄັ້ງທີສອງແລ້ວ, ໂຮງງານຜະລິດໄຟຟ້າທ້ອງຖິ່ນສອງແຫ່ງຢູ່ເຂດດັ່ງກ່າວໄດ້ຍຸດຕິການຜະລິດໄຟຟ້າ. ເນື່ອງຈາກຄຸນນະພາບທີ່ດີຂອງວັດຖຸພັນຜະລິດຈາກຈີນ, ໂຮງງານໄຟຟ້າຖ່ານຫີນ Hunutlu ຍັງເຮັດວຽກໄດ້ຢ່າງຄ່ອງແຄ້ວແຕ່ຕົ້ນຕະຫຼອດປາຍ, ຮັບປະກັນການສະໜອງໄຟຟ້າຢ່າງໝັ້ນຄົງງໃຫ້ແກ່ວຽກງານກູ້ໄພ. ນອກນີ້, ໂຮງງານໄຟຟ້າດັ່ງກ່າວຍັງໄດ້ສະໜອງທີ່ພັກຊົ່ວຄາວໃຫ້ແກ່ພະນັກງານຕູຣາເຄຍຂອງໂຮງງານພ້ອມຄອບຄົວຂອງເຂົາເຈົ້າທີ່ໄດ້ຮັບຄວາມເສຍຫາຍ, ແລະໄດ້ແກ້ໄຂບັນຫາຮີບດ່ວນຂອງເຂົາເຈົ້າ.

ຄຽງຄູ່ກັນກັບໂຮງຜະລິດໄຟຟ້າດັ່ງກ່າວ, ຍັງມີຂົວແຫ່ງໜຶ່ງທີ່ກໍ່ສ້າງດ້ວຍແຂວງເສສວນຂອງຈີນຍັງຮັກສາຄວາມໝັ້ນຄົງໄວ້ໄດ້ເຊັ່ນກັນ. ຂົວ canakkale 1915 ຍາວ 2.023 ແມັດທີ່ຕັ້ງຢູ່ແຂວງ canakkale ທາງພາກຕາເວັນຕົກຂອງຕູຣາເຄຍແຫ່ງນີ້ໄດ້ຜ່ານການທົດສອບຈາກແຜ່ນດິນໄຫວຢ່າງຕໍ່ເນື່ອງຍ້ອນການອອກແບບຕ້ານແຮງສັ່ນສະເທືອນລະດັບສູງ ແລະ ເຕັກນິກການກໍ່ສ້າງທີ່ດີເດັ່ນ, ປັດຈຸບັນຂົວດັ່ງກ່າວຍັງປອດໄພເໝືອນເດີມ, ຍານພະຫະນະຕ່າງໆສາມາດແລ່ນຜ່ານຂົວດັ່ງກ່າວໄດ້ຕາມປົກກະຕິ.

ຫວ່າງມໍ່ໆມານີ້, ກອງທຶນກາຕາເປີດເຜີຍວ່າ, ເຮືອນແບບຕູ້ຄອນເທີເນີປະມານ 1 ໝື່ນຫຼັງຈະຂົນສົ່ງໄປເຖິງຕູຣາເຄຍ ແລະ ຊີຣີໃນຫຼາຍມື້ມານີ້, ຈະສະໜອງເຮືອນພັກຊົ່ວຄາວໃຫ້ແກ່ປະຊາຊົນທີ່ປະສົບໄພ. ຕູ້ຄອນເທີເນີເຫຼົ່ານີ້ລ້ວນແຕ່ຜະລິດຢູ່ປະເທດຈີນ, ມີເຄື່ອງໃຊ້ໃນຊີວິດປະຈຳວັນຢ່າງຄົບຖ້ວນ, ແລະເຄີຍຖືກນຳໃຊ້ເປັນທີ່ພັກຊົ່ວຄາວຂອງແຟນບານເຕະຂອງປະເທດຕ່າງໆໃນໄລຍະຈັດການແຂ່ງຂັນເຕະບານໂລກ 2022 ທີ່ປະເທດກາຕາມາແລ້ວ..

ອຸດສາຫະກຳການຜະລິດຂອງຈີນໄດ້ສ້າງຄວາມຫວັງໃໝ່ດ້ານຊີວິດໃຫ້ແກ່ຕູຣາເຄຍ, ອຸດສາຫະກຳການຜະລິດຂອງຈີນຈະເປັນແສງສະຫວ່າງທີ່ສະຫວ່າງໃນຄວາມມືດມົນສະເໝີ. ສະນັ້ນຈຶ່ງມີຊາວເນັດສະແດງຄວາມຄິດເຫັນວ່າ: “ອຸດສາຫະກຳການຜະລິດຂອງຈີນຈະບໍ່ມີວັນເຮັດໃຫ້ທ່ານໝົດຫວັງ.”