ໂຄສົກກະຊວງການຄ້າຈີນຕອບຄຳຖາມຕໍ່ບັນຊີລາຍຊື່ວິສາຫະກິດ ແລະ ອົງການທີ່ເຊື່ອຖືບໍ່ໄດ້

2023-02-17 15:03:32 CRI

 

    ວັນທີ 16 ກຸມພານີ້, ກະຊວງການຄ້າຈີນໄດ້ປະກາດແຈ້ງການກ່ຽວກັບກົນໄກວຽກງານບັນຊີລາຍຊື່ວິສາຫະກິດ ແລະ ອົງການທີ່ເຊື່ອຖືບໍ່ໄດໂດຍຕົກລົງຈັດເອົາບໍລິສັດລອກຮີດ ມາຕິນ ແລະ ບໍລິສັດລູກສອນໄຟ ແລະ ການປ້ອງກັນເຣເທນ ທີ່ໄດ້ເຂົ້າຮ່ວມການຂາຍອາວຸດໃຫ້ແກ່ໄຕ້ຫວັນ ເຂົ້າໃນບັນຊີລາຍຊື່ວິສາຫະກິດ ແລະ ອົງການທີ່ເຊື່ອຖືບໍ່ໄດ້.


    ໂຄສົກກະຊວງການຄ້າຈີນກ່າວວ່າ, ໃນຫຼາຍປີມໍ່ໆມານີ້, ບໍລິສັດລອກຮີດ ແລະ ບໍລິສັດລູກສອນໄຟນຳວິຖີ ແລະ ການປ້ອງກັນເຣເທນບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງຂອງຈີນ, ຂາຍອາວຸດແບບໂຈມຕີຕ່າງໆ ເຊັ່ນ:ລູກສອນໄຟແລະ ຍົນສູ້ຮົບໃຫ້ແກ່ໄຕ້ຫວັນຫຼາຍເທື່ອ ເຊິ່ງໄດ້ສ້າງຜົນຮ້າຍຕໍ່ຄວາມໝັ້ນຄົງແຫ່ງຊາດຈີນຢ່າງໜັກໜ່ວງ,ສ້າງຜົນຮ້າຍຕໍ່ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງໜັກໜ່ວງ,ລະເມີດຫຼັກການປະເທດຈີນດຽວ ແລະ ຮ່ວມ 3 ສະບັບລະຫວ່າງຈີນ ກັບ ອາເມຣິກາຢ່າງໜັກໜ່ວງ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ. ຈີນຈະສືບຫາຄວາມຮັບຜິດຊອບຕໍ່ການກະທຳຜິດວິສາຫະກິດ ແລະ ອົງການທີ່ໄດ້ສ້າງຜົນຮ້າຍຕໍ່ອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຈີນຢ່າງໜັກໜ່ວງຕາມກົດໝາຍ.

 

    ພ້ອມກັນນັ້ນ, ໂຄສົກທ່ານນີ້ຍັງກ່າວຕື່ມວ່າ, ຂອບເຂດນຳໃຊ້ “ຂໍ້ກຳນົດບັນຊີລາຍຊື່ວິສາຫະກິດ ແລະ ອົງການທີ່ເຊື່ອຖືບໍ່ໄດ້” ແມ່ນກຳນົດຢ່າງເຂັ້ມງວດ, ພຽງແຕ່ແນໃສ່ບາງວິສາຫະກິດ ແລະ ອົງການຕ່າງປະເທດທີ່ຜິດກົດໝາຍ, ຈະບໍ່ເປີດກວ້າງຂອບເຂດຕາມລຳພັງໃຈ, ວິສາຫະກິດທຶນຕ່າງປະເທດຈຳນວນຫຼວງຫຼາຍບໍ່ຕ້ອງມີຄວາມກັງວົນ.ລັດຖະບານຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງໝັ້ນໜຽວບໍ່ປ່ຽນແປງ, ເດັດດ່ຽວປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍ, ເດັດດ່ຽວປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຫົວໜ່ວຍທຸລະກິດໃນຕະຫຼາດປະເພດຕ່າງໆ.