ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນຈັດກອງປະຊຸມ ຮັບຟັງການລາຍງານກ່ຽວກັບສະພາບວຽກງານປ້ອງກັນຄວບຄຸມໂຄວິດ-19ໃນໄລຍະມໍ່ໆມານີ້

2023-02-17 16:20:04 cri


ວັນທີ 16 ກຸມພານີ້, ຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ, ເພື່ອຮັບຟັງການລາຍງານກ່ຽວກັບສະພາບວຽກງານປ້ອງກັນຄວບຄຸມໂຄວິດ-19ໃນໄລຍະມໍ່ໆມານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມແລະກ່າວຄຳປາໄສທີ່ສຳຄັນ.


ກອງປະຊຸມຊີ້ອອກວ່າ, ໃນ 3 ປີປາຍທີ່ຜ່ານມາ, ການປ້ອງກັນຄວບຄຸມພະຍາດໂຄວິດ-19 ຂອງຈີນໄດ້ຜ່ານຂະບວນການທີ່ບໍ່ທຳມະດາທີ່ສຸດ. ຈີນໄດ້ປັບປຸງແລະສັບຊ້ອນນະໂຍບາຍແລະມາດຕະການປ້ອງກັນຄວບຄຸມພະຍາດຕາມການປ່ຽນແປງຂອງສະພາບຕົວຈິງໃນເວລາທີ່ເໝາະສົມ, ໄດ້ຈັດວາງການປ້ອງກັນຄວບຄຸມພະຍາດກັບການພັດທະນາເສດຖະກິດສັງຄົມໄປພ້ອມກັນຢ່າງມີປະສິດທິພາບສູງ, ເຊິ່ງໄດ້ຫຼີກເວັ້ນບໍ່ໃຫ້ເຊື້ອພະຍາດທີ່ແພ່ລະບາດໄວແລະພາໃຫ້ມີຜູ້ເສຍຊີວິດຫຼາຍແພ່ລະບາດຢ່າງກວ້າງຂວາງ, ໄດ້ປົກປ້ອງຄວາມປອດໄພດ້ານຊີວິດແລະສຸຂະພາບຂອງປະຊາຊົນຢ່າງມີປະສິດທິຜົນ, ໄດ້ຍາດເວລາອັນລ້ຳຄ່າໃຫ້ກັບການໄດ້ຮັບໄຊຊະນະໃນບັ້ນປ້ອງກັນຄວບຄຸມສະພາບພະຍາດ. ນັບແຕ່ເດືອນພະຈິກປີ 2022 ເປັນຕົ້ນມາ, ຈີນໄດ້ຫັນໄປສູ່ໄລຍະໝັ້ນທ່ຽງໃນດ້ານການປ້ອງກັນຄວບຄຸມສະພາບພະຍາດພາຍໃນເວລາສັ້ນ, 200 ກວ່າລ້ານຄົນໄດ້ຮັບການປິ່ນປົວ, ໃນນັ້ນ, ຜູ້ມີອາການໜັກເກືອບ 8 ແສນຄົນໄດ້ຮັບການປິ່ນປົວຢ່າງບັງເກີດຜົນ.


ກອງປະຊຸມເນັ້ນໜັກວ່າ, ພາກສ່ວນຕ່າງໆຂອງເຂດຕ່າງໆ ຕ້ອງລົງເລິກສະຫຼຸບບົດຮຽນໃນ 3 ປີປາຍທີ່ຜ່ານມາ ໂດຍສະເພາະໃນໄລຍະມໍ່ໆມານີ້, ບູລະນະກົນໄກແລະມາດຕະການທີ່ກ່ຽວຂ້ອງໃຫ້ສົມບູນ, ປະຕິບັດວຽກງານປ້ອງກັນຄວບຄຸມພະຍາດໃນໄລຍະໃໝ່ໃຫ້ລະອຽດ, ເສີມສ້າງລະບົບບໍລິການສາທາລະນະສຸກໃຫ້ເຂັ້ມແຂງ, ເດັດດ່ຽວເສີມຂະຫຍາຍຜົນສຳເລັດສຳຄັນທີ່ຍາດມາໄດ້ແບບບໍ່ງ່າຍດາຍ.