ໄຂກອງປະຊຸມຄວາມໝັ້ນຄົງມູນິກ ສຸມໃສ່ການສ້າງວິໄສທັດຄືນໃໝ່

2023-02-18 16:25:17 cri

ວັນທີ 17 ກຸມພານີ້, ກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 59 ທີ່ດຳເນີນ ເປັນເວລາ 3 ວັນໄດ້ໄຂຂຶ້ນຢູ່ນະຄອນມູນິກ ຕົວເມືອງພາກໃຕ້ເຢຍລະມັນຢ່າງ ເປັນທາງການ. ໃນຖານະເປັນເວທີເປິກສາຫາລືປະຈຳປີທີ່ສຳຄັນຂອງຂົງເຂດ ຍຸດທະສາດແລະຄວາມໝັ້ນຄົງສາກົນ, ຫົວຂໍ້ຂອງກອງປະຊຸມມູນິກປະຈຳປີນີ້ ແມ່ນ “ສ້າງວິໄສທັດຄືນໃໝ່”ໂດຍສຸມໃສ່ສະຖານະການຢູ່ອູແກຣນເປັນຈັດໜັກ. ໃນຜູ້ເຂົ້າຮ່ວມກອງປະຊຸມປະມານ 850 ທ່ານນັ້ນລວມທັງຫົວໜ້າລັດຖະບານ ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ 40 ກວ່າທ່ານ. ແຕ່ຝ່າຍເຈົ້າພາບບໍ່ໄດ້ ເຊື້ອເຊີນຜູ້ຕາງໜ້າຝ່າຍທາງການຂອງຣັດເຊຍແລະອີຣານ.


ໃນພິທີໄຂກອງປະຊຸມ, ທ່ານວະລາດີເມຍ ເຊເລັນສກີ ປະທານາທິບໍດີ ອູແກຣນໄດ້ກ່າວຄຳປາໄສດ້ວຍຮູບແບບວີດີໂອ. ຫຼັງຈາກນັ້ນ, ທ່ານໂອລາຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນແລະທ່ານເອມມານູນ ມາຄຣົງ ປະທານາທິບໍຝຣັ່ງຕ່າງໄດ້ກ່າວຄຳປາໄສ。